ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກເຮັດວຽກກັບການນຳແຂວງບັກນິງ

(VOVWORLD) -ຕອນບ່າຍວັນທີ 18 ຕຸລາ, ທີ່ການເຮັດວຽກກັບການນຳແຂວງບັກນິງ ເພື່ອແກ້ໄຂບາງເນື້ອໃນສຳຄັນທີ່ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງການພັດທະນາຂອງແຂວງ, ຂອງເຂດ ແລະ ທົ່ວປະເທດ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກເຮັດວຽກກັບການນຳແຂວງບັກນິງ - ảnh 1(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກເຮັດວຽກກັບການນຳແຂວງບັກນິງ)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃສ່ໃຈວ່າ ບັກນິງ ຄວນສຸມໃສ່ສູ້ຊົນໃຫ້ກາຍເປັນນະຄອນທັນສະໄໝ, ຮັກສາວັດທະນະທຳທີ່ເປັນມູນເຊື້ອ. ທ່ານນາຍົກລັດຖະມົນຕີເຫັນດີກັບຂໍ້ສະເໜີກໍ່ສ້າງບັກນິງ ໃຫ້ກາຍເປັນນະຄອນຂຶ້ນກັບສູນກາງ ແລະ ຮຽກຮ້ອງສ້າງຕັ້ງຄະນະຊີ້ນຳ ດ້ວຍຮ່າງດັດປັບແຜນຜັງໃຫ້ເໝາະສົມ ໂດຍເອົາໃຈໃສ່ເຖິງສະພາບແວດລ້ອມ, ຕົ້ນໄມ້, ເອົາໃຈໃສ່ເຖິງການພັດທະນາເຂດຕົວເມືອງ… ພິເສດ ຕ້ອງຄ່ອຍໆຫັນປ່ຽນແຮງງານຈາກຂະແໜງກະສິກຳໄປສູ່ການບໍລິການ. ພ້ອມກັນນັ້ນ, ແມ່ນຈັດຕັ້ງການກໍ່ສ້າງ, ວາງແຜນຜັງໃຫ້ເປັນຢ່າງດີ ນັບທັງເຂດຕົວເມືອງ, ໝູ່ບ້ານອາຊີບ, ຮັກສາວັດທະນະທຳ, ລະດົມທົ່ວປວງຊົນເຂົ້າຮ່ວມການກໍ່ສ້າງໝູ່ບ້ານອາຊີບ; ວາງແຜນຜັງເຂດຊົນນະບົດຄືນໃໝ່ຕາມທິດທັນສະໄໝ, ສີວິໄລ.

ຕອບກັບ

ຂ່າວ/ບົດ​ອື່ນ