ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມກອງປະຊຸມຂັ້ນສູງເຂດ 3 ຫຼ່ຽມພັດທະນາ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມກອງປະຊຸມຂັ້ນສູງເຂດ 3 ຫຼ່ຽມພັດທະນາ - ảnh 1
(ນາຍົກລັດຖະມົນຕີ 3 ປະ​ເທດ ລາວ - ກ​ຳປູ​ເຈຍ - ຫວຽດນາມ)

(vovworld) – ​ ​ໂດຍ​ໄດ້​ຮັບ​ຄຳ​ເຊ​ີນຂອງ​ທ່າ​ນນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ, ຕອນ​ບ່າຍ​ວັນ​ທີ 24/11, ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ ​ໄປ​ນະຄອນຫຼວງວຽງ​ຈັນ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ເຂດ 3 ຫຼ່ຽມພັດທະນາ​ລາວ - ກ​ຳປູ​ເຈຍ - ຫວຽດນາມ ຄັ້ງ​ທີ 8 ​ໃນ​ລະຫວ່າງ​ວັນ​ທີ 24 – 25/11.  ບັນ​ດາ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້ ​ແມ່ນ​ດຳ​ເນີນ​ໄປ​ໃນ​ວັນ​ທີ 25/11 ຢູ ວຽງ​ຈັນ. ກອງ​ປະ​ຊຸມ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ລັດ​ຖະ​ບານ 3 ປະ​ເທດ ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ ແລະ ແທດ​ຈິງ​ໃນ​ກາ​ນ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄ​ງ​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ 13 ແຂວງ ໃນ​ເຂດ​ສາມ​ຫລ່ຽມ​ພັດ​ທະ​ນາ, ໃນ​ນັ້ນ ມີ 5 ແຂວງ ຂອງ​ຫວຽດ​ນາມ ນັ້ນ​ແມ່ນ ກອນ​ຕ​ູມ, ຢາ​ລາຍ, ດັກ​ລັກ, ດັກ​ນົງ ແລະ ບີງ​ເຟືອກ.

 ເຂດ 3 ຫຼ່ຽມພັດທະນາລະຫວ່າງ​ບັນດາ​ແຂວງ​ເຂດ​ຊາຍ​ແດນ 3 ປະ​ເທດ ລາວ - ກ​ຳປູ​ເຈຍ - ຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຈາກ​ຂໍ້​ລິ​ເລີ່​ມຂອງ​ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ Hunsen ​ເມື່ອ​ປີ 1999. ເຂດ 3 ຫຼ່ຽມພັດທະນາລວມມີ 13 ​ແຂວງ​ຂອງ 3 ປະ​ເທດ, ​ໃນ​ນັ້ນ​ມີ 5 ​ແຂວງ​ຂອງ​ຫວຽດນາມ ​ແມ່ນ​ກອນ​ຕຸ​ມ, ຢາ​ລາຍ, ດັກ​ລັກ, ດັກ​ນົງ ​ແລະ ບິ່ງ​ເຟືອ​ກ. ນາຍົກລັດຖະມົນຕີ 3 ປະ​ເທດ ລ້ວນ​ແຕ່​ຢືນຢັນ ຄວາມ​ຕັດສິນ​ໃຈ​ກໍ່ສ້າງເຂດ 3 ຫຼ່ຽມພັດທະນາ​ຢູ່​ເຂດ​ຊາຍ​ແດນ​ຂອງ 3 ປະ​ເທດ, ຖື​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​​ໃຫ້ບຸລິມະສິດ​ອັນ​ດັບ​ໜຶ່ງ​ໃນ​ການ​ຮ່ວມ​ມື​ພັດທະນາ, ​ແມ່ນກົນ​ໄກ​ຮ່ວມ​ມື​ສຳຄັນ​ເພື່ອ​ແນ​ໃສ່​ຮັກສາ​ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ​ດ້ານ​ການ​ເມືອງ, ຄວາມ​ປອດ​ໄພ​ທາງ​ສັງຄົມ​ຢູ່​ເຂດ​ຊາຍ​ແດນ 3 ປະ​ເທດ.

ຂ່າວ/ບົດ​ອື່ນ