ທ່ານນາຍົກລັດຖະມົນຕີ ອົດສະຕາລີ ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ

(VOVWORLD) -ວັນທີ 24  ສິງຫາ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ  22-24 ສິງຫາ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ.

ທ່ານນາຍົກລັດຖະມົນຕີ ອົດສະຕາລີ ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison  ທີ່ການຖະແຫລງຂ່າວ

ພາບ:vietnam+

ໃນຂອບເຂດການຢ້ຽມຢາມ, ທ່ານ ນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ໄດ້ມີການເຈລະຈາ ກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ພົບປະກັບທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ, ເຂົ້າຮ່ວມການພົບປະກັບປະຊາຄົມວິສາຫະກິດພົ້ນເດັ່ນຂອງສອງປະເທດຫວຽດນາມ ແລະ ອົດສະຕາລີ.

ສອງຝ່າຍໄດ້ອອກຖະແຫລງການຮ່ວມ ຫວຽດນາມ - ອົດສະຕາລີ, ຢັ້ງຢືນຄືນຄຳໝັ້ນສັນຍາການພັດທະນາການພົວພັນສອງຝ່າຍ ແລະ ມຸ່ງໄປເຖິງການພົວພັນລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃຫມ່. ສອງຝ່າຍເຫັນດີ ໂຄງການດຳເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ ແລະ ອົດສະຕາລີ ໄລຍະ 2020- 2030 ຈະສຸມໃສ່ເຂົ້າໃນ 3 ຂົງເຂດບຸລິມະສິດ. ສອງຝ່າຍເພີ່ມທະວີການຮ່ວມມືໃນຂົງເຂດພູມປັນຍາ ແລະ ການປ່ຽນໃຫມ່ ພ້ອມທັງໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ກໍ່ສ້າງໂຄງປະກອບພາກພື້ນເປີດ, ກວມລວມ, ວັດທະນາຖາວອນ ແລະ ຄວາມປອດໄພ ບົນພື້ນຖານເຄົາລົບກົດໝາຍສາກົນ, ອະທິປະໄຕ, ເອກະລາດ ແລະ ຜືນແຜນດິນອັນຄົບຖ້ວນ; ຢັ້ງຢືນຄືນລະດັບຄວາມສຳຄັນຂອງບົດບາດໃຈກາງຂອງອາຊຽນ ແລະ ໂຄງປະກອບໂດຍ ອາຊຽນ ເປັນເຈົ້າພາທາງ, ເປັນຕົ້ນແມ່ນ ຂັ້ນສູງອາຊີຕາເວັນອອກ.

ສອງຝ່າຍເນັ້ນຫນັກເຖິງລະດັບຄວາມສຳຄັນຂອງຄວາມເສລີໃນການເດີນທະເລ ແລະ ການບິນ, ເຄົາລົບກົດໝາຍສາກົນ ແລະຮັກສາ ຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ກົດໝາຍ. ສອງຝ່າຍຮຽກຮ້ອງບັນດາຝ່າຍ ຈົ່ງອົດກັ້ນ ແລະ ຫລີກລ້ຽງບໍ່ປະໃຫ້ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ຢັ້ງຢືນຄືນລະດັບຄວາມສຳຄັນຂອງເລື່ອງບັນດາປະເທດສືບຕໍ່ແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີ, ບໍ່ນາບຂູ່ຫລືນຳໃຊ້ອາວຸດ ບົນພື້ນຖານກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາຂອງສປຊ ກ່ຽວກັບກົດໝາຍວ່າດ້ວຍ ທະເລປີ 1982.

ກ່ອນຫນ້ານັ້ນ, ທີ່ການພົບປະກັບ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ໃນຕອນບ່າຍວັນທີ 23 ສິງຫາ, ຢູ່ ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ໄດ້ເນັ້ນຫນັກວ່າ: ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ສະຫນັບສະຫນູນ ການພັດທະນາການພົວພັນກັບ ອົດສະຕາລີ ຢ່າງແຮງ ແລະ ປາດຖະຫນາຢາກໃຫ້ ອົດສະຕາລີ ສະຫນັບສະຫນູນຫວຽດນາມ ເມື່ອຫວຽດນາມ ດຳລົງຕຳແຫນ່ງເປັນປະທານ ອາຊຽນ ແລະ AIPA ພ້ອມທັງສະເຫນີ ໃຫ້ທ່ານນາຍົກລັດຖະມົນຕີ ອົດສະຕາລີ ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ຮ່ວມມືລົງທຶນຢູ່ ອົດສະຕາລີ ໃນຂົງເຂດການບິນ ຍ້ອນຄວາມສາມາດບົ່ມຊ້ອນໃນຂົງເຂດນີ້ຍັງໃຫຍ່ຫລວງຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ