ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ກົນໄກອາຊຽນ+3ຄວນນຳການຮ່ວມມືເຂົ້າການເຕີບໂຕເສດຖະກິດພາກພື້ນ

(VOVWORLD) -ຕອນເຊົ້າວັນທີ 14 ພະຈິກ, ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31 ແລະ ບັນດາກອງປະຊຸມກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ +3 (ຈີນ, ຍີ່ປຸ່ນ, ສເກົາຫລີ).
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ກົນໄກອາຊຽນ+3ຄວນນຳການຮ່ວມມືເຂົ້າການເຕີບໂຕເສດຖະກິດພາກພື້ນ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ+3

ນະທີ່ນີ້, ບັນດາການນຳໄດ້ຮັບຮອງເອົາ “ຖະແຫລງການ ມານີລາ ກ່ຽວກັບການສະເຫລີມສະຫລອງ 20 ປີແຫ່ງວັນຮ່ວມມື ອາຊຽນ + 3” ເພື່ອແນໃສ່ທົບທວນຄືນບັນດາຜົນງານທີ່ບັນລຸໄດ້, ຢືນຢັນ ຄຳໝັ້ນສັນຍາສືບຕໍ່ເພີ່ມທະວີການຮ່ວມມືທຸກດ້ານໃນບັນດາຂົງເຂດເສດຖະກິດ, ການເງິນ, ວັດທະນະທຳສັງຄົມ, ຍູ້ແຮງການພົບປະປະຊາຊົນ, ເຊື່ອມຕໍ່ວິສາຫະກິດ ແລະ ມຸ່ງໄປເຖິງເປົ້າໝາຍສ້າງປະຊາຄົມອາຊີຕາເວັນອອກ.

ບັນດາການນຳ ຈີນ, ຍີ່ປຸ່ນ, ສເກົາຫລີ ຢືນຢັນຄຳໝັ້ນສັນຍາດ້ວຍການຮ່ວມມືພາກພື້ນ, ການຄ້າເສລີ, ພັດທະນາເສດຖະກິດດີຈີຕອນ, ເຊື່ອມຕໍ່ພື້ນຖານໂຄງລ່າງ ແລະ ປາດຖະຫນາຢາກສິ້ນສຸດການເຈລະຈາສັນຍາຄູ່ຮ່ວມມືຮອບດ້ານພາກພື້ນໂດຍໄວ, ສະຫນັບສະຫນູນບົດບາດໃຈກາງຂອງ ອາຊຽນ ແລະ ສືບຕໍ່ຫນູນຊ່ວຍ ອາຊຽນຜັນຂະຫຍາຍວິໄສທັດປະຊາຄົມ 2025 ຢ່າງມີປະສິດທິຜົນ.

ເນື່ອງໃນໂອກາດນີ້, ການນຳບັນດາປະເທດກໍ່ໄດ້ຮັບຮອງເອົາເອກະສານອື່ນສະບັບຫນຶ່ງ ນັ້ນແມ່ນ “ຖະແຫລງການຂອງການນຳ ອາຊຽນ +3 ກ່ຽວກັບການຄ້່ຳປະກັນດ້ານສະບຽງອາຫານ” ແລະ ຮັບຮູ້ເອກະສານ 2 ສະບັບ ລວມມີ “ບົດລາຍງານວິວັດການຜັນຂະຫຍາຍແຜນການດຳເນີນງານການຮ່ວມມື ອາຊຽນ +3” ແລະ “ແຜນການດຳເນີນງານການຮ່ວມມືເສດຖະກິດ ອາຊຽນ +3” ຊື່ງໄດ້ຮັບການຮັບຮອງເອົາຈາກບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ +3 ໃນເດືອນສິງຫາປີ 2017.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ກົນໄກ ອາຊຽນ +3 ຄວນນຳການຮ່ວມມືເຂົ້າໃນການເຕີບໂຕເສດຖະກິດພາກພື້ນ ແລະຮຽກຮ້ອງບັນດາປະເທດສະມາຊິກ ອາຊຽນ +3 ຍູ້ແຮງການຮ່ວມມືໃນການຮັບມືກັບອາດຊະຍາກຳຂ້າມຊາດ, ການປ່ຽນແປງຂອງດິນຟ້າອາກາດ, ການຄຸ້ມຄອງໄພທຳມະຊາດ ແລະ ໂລກພະຍາດ. 

ຕອບກັບ

ຂ່າວ/ບົດ​ອື່ນ