ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບທ່ານເອກອັກຄະລັດຖະທູດມາຣົກ,ເອກອັກຄະລັດຖະທູດTimorLeste

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບທ່ານເອກອັກຄະລັດຖະທູດມາຣົກ,ເອກອັກຄະລັດຖະທູດTimorLeste - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ​ຕ້ອນ​ຮັບທ່ານ Azzeddine Farhane, ​ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ມາ​ຣົກ ​ປະ​ຈຳ ຫວຽດ​ນາມ

ພາບ:TTXVN

(vovworld)-ຕອນ​ບ່າຍ​ວັນ​ທີ 20/2, ຢູ່ ຮ່າ​ໂນ້ຍ, ທີ່​ການ​ຕ້ອນ​ຮັບທ່ານ Azzeddine Farhane, ​ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ມາ​ຣົກ ​ປະ​ຈຳ ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ: ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ​ທຸກ​ຂັ້ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ປາດ​ຖະ​ຫນາ​ວ່າ ໃນ​ອາ​ຍຸ​ການນີ້​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ວົງ​ເງິນ​ການ​ຄ້າ ແລະ​ການ​ລົງ​ທຶນ​ລະ​ຫວ່າ​ສອງ​ປະ​ເທດ​ຈະ​ມີ​ບາດ​ກ້າວ​ເຕີບ​ໂຕ​ກະ​ໂດດ​ຂັ້ນ. ປະ​ຈຸ​ບັນ​ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ແມ່ນ 156 ລ້ານ USD ຍັງ​ບໍ່​ທັນ​ສົ​ມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ສອງ​ປະ​ເທດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກໍ​ເຫັນ​ດີ​ກັບ​ຄຳ​ເຫັນ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວ່າ ຫວຽດ​ນາມ ແມ່ນ​ປະ​ຕູ​ເພື່ອ​ໃຫ້ ມາ​ຣົກ ເຂົ້າ​ຕະ​ຫລາດ ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ມາ​ຣົກ ແມ່ນ​ປະ​ຕູ​ເພື່ອ​ໃຫ້​ຫວຽດ​ນາມ ເຂົ້າ​ຕະ​ຫລາດ ອາ​ຟ​ຼິ​ກາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ: ມາ​ຣົກ​ສ້າງ​ເງື່ອນ​ໄຂ, ສະ​ຫນອງ​ທຶນ​ການ​ສຶກ​ສາ​ໃຫ້​ແກ່​ນັກ​ຮຽນ ຫວຽດ​ນາມ ໄປ​ຮ່ຳ​ຮຽນ​ຢູ່ ມາ​ຣົກ.

ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Timor Leste, ທ່ານ​ນາງ Pascoela Barreto dos Santos. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນ​ັ້ນ​ຫນັກ​ວ່າ: ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດພວມ​ໃນ​ທ່າ​ພັດ​ທະ​ນາ​ອັນ​ດີ​ງາມ ແລະ ຫວັງ​ວ່າ Timor Leste ສຳ​ເລັດ​ລະ​ບຽບ​ການ​ເພື່ອ​ໃຫ້​ສັນ​ຍາ​ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງ​ສອງ​ປະ​ເທດ​ມີ​ຜົນ​ສັກ​ສິດ​ໂດຍ​ໄວ. ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ Timor Leste ຕີ​ລາ​ຄາ​ສູງ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ ຢູ່ ​ Timor Leste.


ຕອບກັບ

ຂ່າວ/ບົດ​ອື່ນ