ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບນາຍົກລັດຖະມົນຕີກຳປູເຈຍ

(VOVWORLD) -ຕອນບ່າຍວັນທີ 21 ມິຖຸນາ, ຢູ່ແຂວງ ບິ່ງເຍືອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບນາຍົກລັດຖະມົນຕີກຳປູເຈຍ - ảnh 1ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບນາຍົກລັດຖະມົນຕີກຳປູເຈຍ

(ພາບປະກອບ: VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Hun Sen ຈະສ້າງກຳລັງໜູນຢ່າງແຮງເພື່ອຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາ, ເໝາະສົມກັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນ 2 ປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ.

        ແລະກໍ່ໃນຕອນບ່າຍວັນທີ 21 ມິຖຸນາ, ຢູ່ສູນກອງປະຊຸມແຂວງບິ່ງເຢືອງ, ນາຍົກລັດຖະມົນຕີ 2 ທ່ານໄດ້ມີການພົບປະ ແລະ ໂອ້ລົມກັບພະນັກງານ, ປະຊາຊົນແຂວງບິ່ງເຢືອງ.

ຕອບກັບ

ຂ່າວ/ບົດ​ອື່ນ