ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ອຳນວຍການໃຫຍ່ຝ່າຍບໍລິຫານບໍລິສັດPepsiCo

(VOVWORLD) -ລັດຖະບານຫວຽດນາມໃຫ້ຄຳໝັ້ນສັນຍາ ສ້າງທຸກເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນຢູ່ຫວຽດນາມ, ໃນນັ້ນ ມີ PepsiCo.

ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ການຕ້ອນຮັບທ່ານ Mike Spanos ຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດ PepsiCo ຢູ່ ພາກພື້ນ ອາຊີ, ຕາເວັນອອກກາງ ແລະ ອາຟຼິກາເຫນືອ ໃນວັນທີ 14 ສິງຫາ.

ຕີລາຄາການເຄື່ອນໄຫວຂອງPepsiCo, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ບໍລິສັດສືບຕໍ່ເປີດກວ້າງການຮ່ວມມືຜັນຂະຫຍາຍບັນດາໂຄງການປູກຝັງ ຍົກສູງປະລິມານການຜະລິດ ຜະລິດຕະພັນກະເສດ ກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ບັນດາຄອບຄົວຊາວກະສິກອນໃນຫລາຍຂົງເຂດ ຊື່ງຫວຽດນາມ ມີທ່າແຮງ. ຜ່ານນັ້ນ ຊ່ວຍສ້າງການປະສານສົມທົບສຳຄັນລະຫວ່າງລະບົບຈຳຫນ່າຍທົ່ວໂລກຂອງ PepsiCo ກັບບັນດາຜະລິດຕະພັນເດີມຂອງຫວຽດນາມ.

 ທ່ານ Mike Spanos ໄດ້ສະແດງຄວາມຂອບອົກຂອບໃຈລັດຖະບານຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີ ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ PepsiCo ເຄື່ອນໄຫວຢູ່ຫວຽດນາມໃນໄລຍະຜ່ານມາ. ຫວຽດນາມ ແມ່ນຫນຶ່ງໃນ 20 ຕະຫລາດບຸລິມະສິດແຖວຫນ້າຂອງ PepsiCo ໃນທົ່ວໂລກ ແລະ ຢືນອັນດັບທີ 8 ໃນພາກພື້ນ. PepsiCo ຢາກລົງທຶນເຮັດທຸລະກິດຍາວນານຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ