ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດລາວ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດລາວ - ảnh 1
ທ່າ​ນ ຫງວຽນ​ຊວນ​ຟຸກ ​ຕ້ອນຮັບ​ທ່ານ​ລັດຖະມົນຕີ
​ການ​ຕ່າງປະ​ເທດ ລາວ ສະ​ເຫຼີ​ມ​ໄຊ ກົມມະ​ສິດ

(vovworld) – ​ ຕອນ​ບ່າຍ​ວັນ​ທີ 09/06 ຢູ່​ຮ່າ​ໂນ້ຍ ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລາວ ສະ​ເຫຼີ​ມ​ໄຊ ກົມມະ​ສິດ ພວມ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ທ່ານ​ລັດຖະມົນຕີ​ ສະ​ເຫຼີ​ມ​ໄຊ ກົມມະ​ສິດ ​ໄດ້​ເລືອກ​ເຟັ້ນ​ ຫວຽດນາມ ​​​ເປັນ​ປະ​ເທດ​ທຳ​ອິດ​ໃນ​ການ​ຢ້ຽມຢາມ​​ໃນ​ຖານະເປັນລັດຖະມົນຕີ​ການ​ຕ່າງປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈຕໍ່ການພົວພັນສາ​ມັກ​ຄີ​ແບບ​ພິ​ເສດລະຫວ່າງ 2 ປະ​ເທດ ຫວຽດນາມ - ລາວ ທີ່ນັບ​ມື້​ນັບ​ພັດທະນາ​ຢ່າງແຮງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ການ​ພົວພັນ​ດ້ານ​ການ​ເມືອງ​ໄດ້​ຮັບ​ການ​ປັບປຸງ​ຢ່າງໝັ້ນຄົງ.

        ທ່ານ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ ລາວ ສະ​ເຫຼີ​ມ​ໄຊ ກົມມະ​ສິດ ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ໝາກ​ຜົນ​ແຫ່ງ​ການ​​ເຈ​ລະຈາ​ອັນ​ດີງາມ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ​ງມິ​ງ. ລັດຖະມົນຕີທັງ 2 ທ່ານ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ແຜນການ, ວຽກ​ງານ​ທີ່ຈະ​ພ້ອມ​ກັນ​ຜັນ​ຂະຫຍາຍ​ໃນ​ໄລຍ​ະຈະ​ມາ​ເຖິງ, ​ໃນ​ນັ້ນ ມີ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນທາງ​ການ​ທູດລະຫວ່າງ 2 ປະ​ເທດ (05/09/1962 – 05/09/2017) ​ແລະ 40 ປີ​ແຫ່ງ​ວັນ​ລົງ​ນາມ​ໃນ​ສັນຍາ​ມິດຕະພາບ ​ແລະ ຮ່ວມ​ມື ຫວຽດນາມ - ລາວ (18/07/1977 – 18/07/2017) ​ໃນ​ປີ 2017.

ຂ່າວ/ບົດ​ອື່ນ