ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງແຜນການແລະການລົງທຶນລາວ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງແຜນການແລະການລົງທຶນລາວ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ
​ຕ້ອນ​ຮັບ​ທ່ານ​ ສຸພັນ ​ແກ້ວ​ມີ​ໄຊ

(vovworld) – ​ ​ ຕອນ​ບ່າຍ​ວັນ​ທີ 04/11 ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໃຫ້ການ​ຕ້ອນ​ຮັບ​ທ່ານ​ ສຸພັນ ​ແກ້ວ​ມີ​ໄຊ ລັດຖະມົນຕີ​ກະຊວງ​ແຜນ​ການ ​ແລະ ການ​ລົງທຶນ ລາວ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊົມ​ເຊີຍ​ທ່ານ ສຸພັນ ​ແກ້ວ​ມີ​ໄຊ ​ແລະ ຄະນະ​ຜູ້​ແທນ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ລາວ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ​ເນື່ອງ​ໃນ​ໂອກາດ​ນີ້ ທ່ານ​ນາຍົກລັດຖະມົນຕີ ຕີ​ລາຄາ​ສູງ​ໝາກຜ​ົນ​ແຫ່ງ​ການ​ເຮັດ​ວຽກ​ລະຫວ່າງ​ລັດຖະມົນຕີ​ກະຊວງ​ແຜນ​ການ ​ແລະ ການ​ລົງທຶນ, ປະທານ​ຄະນະ​ກຳມະການ​ຮ່ວມ​ມື ຫວຽດນາມ - ລາວ, ລາວ - ຫວຽດນາມ; ພ້ອມ​ທັງ ສະ​ເໜີ 2 ຝ່າຍ​ມານະ​ພະຍາຍາມ​ຮ່ວມ​ມື ​ເພື່ອ​ສຳ​ເລັດ​ແຜນ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ 2 ປະ​ເທ​ດປີ 2016 ​ເປັນ​ຢ່າງ​ດີ, ກະກຽມ​ໃຫ້ກອງ​ປະຊຸມ​ຄັ້ງ​ທີ 39 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ລາວ ​ໃນ​ປີ 2017 ​ເປັນ​ຢ່າງດີ. ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ລັດຖະບານ ລາວ ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ກ່ວາ​ອີກ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ອຸ່ນ​ອ່ຽນ​ໃຈ​ໃນ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ.

        ສ່ວນ​ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ສຸພັນ ​ແກ້ວ​ມີ​ໄຊ ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ​ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ກະກຽມ​ເນື້ອ​ໃນ​ໃຫ້​ແກ່​ການ​ຢ້ຽມຢາມ ລາວ ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ. ທ່ານ ສຸພັນ ​ແກ້ວ​ມີ​ໄຊ ຫວັງ​ວ່າ: ​ໃນ​​ໄລຍະ​ຈະ​ມາ​ເຖິງ, 2 ກະຊວງ​ແຜນການ ​ແລະ ການ​ລົງທຶນ ຈະ​ມີ​ໂອກາດ​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຮ່ວມ​ມື​ລົງທຶນ.

ຂ່າວ/ບົດ​ອື່ນ