ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບນາຍົກລັດຖະມົນຕີລາວທອງລຸນສີສຸລິດ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບນາຍົກລັດຖະມົນຕີລາວທອງລຸນສີສຸລິດ - ảnh 1
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະ
ກັບນາຍົກລັດຖະມົນຕີລາວທອງລຸນສີສຸລິດ

(vovworld) - ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມກອງ​ປະຊຸ​ມຂັ້ນ​ສູງ​ເຂດ 3 ຫລຽນ​ພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ ຄັ້ງ​ທີ 9, ຕອນ​ຄ່ຳ​ວັນ​ທີ 23/11 ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ພົບ​ປະ​ກັບ​ທ່ານ​ນາຍົກ​ລັດຖະມົນຕີ ລາວ ທອງ​ລຸນ ສີ​ສຸ​ລິດ ຢູ່ Siem Reap ລາຊະ​ອານາຈັກ ກຳປູ​ເຈຍ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ພົບ​ປະ​ຂັ້ນ​ສູງ; ສຸມ​ໃສ່​ສຳ​ເລັດ​ຂໍ້​ຕົກລົງ​ກ່ຽວ​ກັບ​ແຜນການ​ຮ່ວມ​ມື​ລະຫວ່າງລັດຖະບານປີ 2016, ສ້າງປະຖົມ​ປັດ​ໃຈທີ່​ສະດວກ​ໃຫ້ການ​ຜັນ​ຂະຫຍາຍ​ສັນຍາ​ຮ່ວມ​ມື 2 ຝ່າຍ ຫວຽດນາມ - ລາວ ​ໄລຍະ 2016 – 2020 ຢ່າງ​ມີ​ໄຊ; ກະກຽ​ມ​​ໃຫ້​ກອງ​ປະຊຸມ​ຄັ້ງ​ທີ 39 ຄະນະ​ກຳ​ມະ​ການ​ລະຫວ່າງ​ລັດຖະບານ ຫວຽດນາມ - ລາວ ​ເປັນ​ຢ່າງ​ດີ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ ​ແລະ ຜັນ​ຂະຫຍາຍ​ບັນດາ​ໂຄງການ​ລະອຽດ ນຳ​​ເອົາ​ຜົນ​ປະ​ໂຫຍ​ດມາ​ໃຫ້ 2 ປະ​ເທດ.

        ຕອນ​ຄ່ຳ​ວັນ​ທີ 23/11 ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໃຫ້ການ​ຕ້ອນຮັບ​ຜູ້ຕາງໜ້າ​ສະມາຄົມ​ຊາວ ຫວຽດນາມ ​ອາ​ໄສ​ຢູ່​ Siem Reap. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແບ່ງ​ເບົາ​ຄວາມ​ຫຍຸ້ງຍາກ​ຂອງ​ຊາວ ຫວຽດນາມ ພວມ​ດຳລົງ​ຊີວິດ​ຢູ່  Siem Reap ພ້ອມ​ທັງ ສະ​ເໜີ​ສະຖານ​ທູດ ​ແລະ ສະຖານກົງສູນ​ໃຫຍ່ ຫວຽດນາມ ປະຈຳ ກຳປູ​ເຈຍ ຕັ້ງໜ້າ​ປົກ​ປັກ​ຮັກສາ​ສິດ​ປະ​ໂຫຍ​ດ​ໃຫ້​ຊາວ ຫວຽດນາມ ອາ​ໄສ​ຢູ່ Siem Reap ຢ່າງ​ທັນ​ການ, ກໍ່​ຄື​ໜູນ​ຊ່ວຍ​ພໍ່​ແມ່​ປະຊາຊົນຊາວ ຫວຽດນາມ ຮຽນ​ພາສາ ຫວຽດນາມ ​ແລະ ພາສາ ຄະ​​ເມ.

ຂ່າວ/ບົດ​ອື່ນ