ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມສປປລາວຢ່າງເປັນທາງການ

 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມສປປລາວຢ່າງເປັນທາງການ - ảnh 1
ພິ​ທີ​ຕ້ອນ​ຮັບ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊ​ວນ​ຟຸກ

(vovworld)- ຕອນ​ເຊົ້າ​ວັນ​ທີ 26/4, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊ​ວນ​ຟຸກ ແລະ ພັນ​ລະ​ຍາ ໄດ້​ນຳ​ຫ​ນ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລັດ​ຖະ​ບານ​ຫວຽດ​ນາມ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ລາວ ທອງ​ລຸນ ສີ​ສຸ​ລິດ. ນີ້​ແມ່ນ​ການ​ຢ້ຽມ ສ​ປ​ປ​ ລາວ ຄັ້ງ​ທຳ​ອິດ ຂອງ​ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກ ໃນ​ຖາ​ນະ​ເປັນ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ແລະ ກໍ່​ແມ່ນ​ການເຄື່ອ​ນ​ໄຫວ​ການ​ຕ່າງ​ປະ​ເທດ​ສຳ​ຄັນ ຂ່ຳ​ນັບ​ຮັບ​ຕ້ອນປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ​ປີ 2017.

ຄາດ​ວ່າ ໃນ​ການ​ຢ້ຽມ​ຢາມ​ລາວ​ຢ່າງ​ເປັນ​ທາງ​ການ, ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ ສີ​ສຸ​ລິດ. ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ທັງ​ສອງ​ທ່ານ​​ເປັນ​ປະ​ທານ​ຮ່ວມ​ພິ​ທີ​ປຸກ​ລະ​ດົມ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ, ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່, ​ປະ​ທານ​ປະ​ເທດ​ລາວ ບຸນຍັງ ວໍ​ລະ​ຈິດ, ພົບ​ປະກັ​ບ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ປາ​ນີ ຢາ​ທໍ່​ຕູ້, ພົບ​ປະ​ກັບ​ທ່ານ ພັນ​ຄຳ ວິ​ພາ​ວັນ, ຜູ້ປະ​ຈຳ​​ການຄະ​ນະ​ເລ​ຂາ​ສູນ​ກາງ​ພັກ, ຮອງ​ປະ​ທານ​ປະ​ເທດ​ລາວ ແລະ ຕ້ອນ​ຮັບ​ປະ​ທານ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດ ແລະ ຈະ​ມີການ​ເຄື່ອນ​ໄຫວ​ອື່ນ​ໆ​ອີກ​ຈຳ​ນວນ​ຫ​ນຶ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ