ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກລົງກວດກາຮູບແບບຊົນນະບົດໃຫມ່ຢູ່ແຂວງຮ່າຕິ້ງ

(VOVWORLD) -ໃນການປະຕິບັດງານຢູ່ແຂວງ ຮ່າຕິ້ງ, ຕອນເຊົ້າວັນທີ 21 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ນຳຫນ້າຄະນະປະຕິບັດງານຂອງລັດຖະບານ ໄດ້ລົງກວດກາວຽກງານປະຕິບັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃຫມ່ຢູ່ເຂດຊຸມຊົນບ້ານເຈົາໂນ້ຍ ຕາແສງ ຕຸງແອ໋ງ ເມືອງດຶກທໍ້.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກລົງກວດກາຮູບແບບຊົນນະບົດໃຫມ່ຢູ່ແຂວງຮ່າຕິ້ງ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກເຮັດວຽກກັບການນຳແຂວງຮ່າຕິ້ງ

ພາບ:baohatinh

ກ່າວຄຳເຫັນທີ່ການເຮັດວຽກກັບການນຳເມືອງ ດຶກທໍ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ຈຸດໝາຍຂອງການຜັນຂະຫຍາຍໂຄງການກໍ່ສ້າງຊົນນະບົດໃຫມ່ ແມ່ນຮັບປະກັນສິດຜົນປະໂຫຍດຂອງປະຊາຊົນ, ສ້າງສັງຄົມປະຊາທິປະໄຕໃຫ້ແກ່ປະຊາຊົນ. ທ່ານນາຍົກລັດຖະມົນຕີ ສະເຫນີ ເມຶອງດຶກທໍ້ ປ່ຽນໃຫມ່ການຊັບສ້ອນການກົງຈັກຈັດຕັ້ງ ລັດໃຫ້ກະທັດລັດມີປະສິດທິຜົນ. ທ່ານກ່າວວ່າ:

“ເມືອງດຶກທໍ້ ຕ້ອງສືບຕໍ່ສ້າງລະບົບການເມືອງໃຫ້ໝັ້ນຄົງເຂັ້ມແຂງ ຈາກເມືອງ, ຕາແສງ, ບ້ານ. ຂ້າພະເຈົ້າດີໃຈຫລາຍເມື່ອເຫັນວ່າ ເມືອງດຶກທໍ້ໄດ້ໂຮມຫລາຍບ້ານເຂົ້າເປັນຕາແສງ ແລະ ມີການປ່ຽນແປງໃຫມ່ຫລາຍຢ່າງ, ເປັນຈຸດສຸມ, ເຮັດໃຫ້ກົງຈັກກະທັດລັດ.”

ຕອບກັບ

ຂ່າວ/ບົດ​ອື່ນ