ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການເຂົ້າຮ່ວມກອງປະຊຸມ WEF ຄັ້ງທີ 47 ຢ່າງຈົບງາມ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການເຂົ້າຮ່ວມກອງປະຊຸມ WEF ຄັ້ງທີ 47 ຢ່າງຈົບງາມ - ảnh 1
ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
ພົບ​ປະ​ກັບປະ​ທານ WEF Klaus Schwab ຢູ່ Davos
(ພາບ: TTXVN)


(vovworld) - ​ຕອນ​ບ່າຍ​ວັນ​ທີ 21/01, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ກັບ​ເມືອ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ຈຳ​ປີເວ​ທີ​ປາ​ໄວ​ເສດ​ຖະ​ກິດ​ໂລກ (WEF) ຄັ້ງ​ທີ 47 ຢູ່ Davos, ປະ​ເທດ​ສະ​ວິດ ​ໃນ​ລະ​ຫວ່າງວັນ​ທີ 17/ - 21/01 ຢ່າງ​ຈົບ​ງາມ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ WEF Klaus Schawab. ທີ່ກອງ​ປ​ະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ ຍັງ​ໄດ້​ເຂົ້າ​ຮ່ວມການ​ເຄື່ອນ​ໄຫວກວ່າ 40 ​ຄັ້ງ, ໃນ​ນັ້ນ​ໄດ້​ກ່າວປາ​ໄສ​ທີ່​ວາ​ລະ​ປຶກ​ສາ​ຫາ​ລື 5 ຄັ້ງ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ ແລະ ພາກ​ພື້ນ; ດຳ​ເນີນ​ການ​ພົບ​ປະ​ຂັ້ນ​ສູງ​ກັບ​ປະ​ມຸ​ກ​ລັດ, ນາ​ຍົກ​ລັດ​ຖະ​ມົນ​ຕີ 7 ປະ​ເທດ, ຜູ້​ນຳ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໃຫຍ່, ພ້ອມ​ກັບ​ການ​ພົບ​ປະ 2 ຝ່າຍ​, ການ​ເຈ​ລະ​ຈາຕ່າງໆ. ​ກ່າວ​ຄຳ​ເຫັນ​ທີ່​ບັນ​ດາ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟ​ຸກ ໄດ້​ເນັ້ນ​ໜັກ​ເຖິງ​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4 ສຳ​ລັບ​ບັນ​ດາ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ, ໃນ​ນັ້ນ​ມີ​ຫວຽດ​ນາມ. ທີ່​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ກ່ຽວ​ກັບ​ບົດ​ບາດ​ຂອງ​ອາ​ຊຽນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ, ຫວຽດນາມ ປະ​ກອບ​ສ່ວນ​ສຳ​ຄັນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ເຂົ້າ​ໃນ​ການ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ອາ​ຊຽນ, ມາ​ນະ​ພະ​ຍາ​ຍາມ​ພ້ອ​ມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ ກໍ່​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ໃຫ້​ໝັ້​ນ​ຄົງ​ເຂັ້ມ​ແຂງ.

        ກ່າວ​ຄຳ​ເຫັນ​ທີ່​ບັນ​ດາ​ການ​ພົບ​ປະ 2 ຝ່າຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ນຳ​ກັນ​ສືບ​ຕໍ່​ຊຸກຍ​ູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຫວຽດ​ນາມ, ເພື່ອ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ພາກ​ພື້ນ ແລະ ໃນ​ໂລກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊົ​ມ​ເຊີຍ​ບັນ​ດ​າ​ກຸ່ມ​ບໍ​ລິ​ສັດ​ຕ່າງ​ປະ​ເທດ​ມາ​ຫວຽດ​ນາມ ພ້ອມ​ກັນ​ຮ່ວມ​ມື, ແບ່ງ​ປັນ​ຜົນ​ປະ​ໂຫຍດ ແລະ ​ຕ່າງ​ຝ່າຍ​ຕ່າງ​ມີຄວາມ​ວັດ​ທະ​ນາ​ຖາ​ວອນ.

        ເຂົ້າ​ຮ່ວມກອງ​ປະ​ຊຸມ WEF ຄັ້ງ​ນີ້, ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ສະ​ເໜີ​ບັນ​ດາ​ຂໍ້​ມູນ​ຂ່າວ​ຢ່າງ​ແຮງ​ກ່ຽວ​ກັບ​ທິດ​ທາງ, ການ​ກຳ​ນົດ​ທິ​ດ, ນະ​ໂຍ​ບາຍ​ ແລະ ຄວາມ​ຕັດ​ສິ​ນ​ໃຈ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ການ​ປ່ຽນ​​ແປງປະ​ເທດ​ຊາດຢ່າງ​ຮອບ​ດ້ານ​ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ໄລ​ຍະ 2016 – 2020. ນອກນັ້ນ, ກ​ໍ​ດຶງ​ດູດ​ຄວາມ​ເອົາ​ໃຈ​ໃສ່ ແລະ ການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ສຳ​ລັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ປີ​ກອງ​ປ​ະ​ຊຸມ​ສຸດຍອດ APEC 2017 ເຊິ່ງ​ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ