ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມປະຈຳປີເວທີປາໄສເສດຖະກິດໂລກ

 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມປະຈຳປີເວທີປາໄສເສດຖະກິດໂລກ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ຈຳ​ປີ ເວ​ທີ​ປາ​ໄສ
​ເສດ​ຖະ​ກິດ​ໂລກ


(vovworld)- ​ ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ Klaus Schwab, ປະ​ທານ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ, ວັນ​ທີ 17/1, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ຈຳ​ປີ ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ ຢູ່ Davos ປະ​ເທດ ສະ​ວິດ ແຕ່​ວັນ​ທີ 17-21/1/2017. ດ້ວຍ​ຫົວ​ຂໍ້ “ການ​ນຳ​ເປັນ​ເຈົ້າ​ການ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ”,  ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ປີ 2017 ຄາດ​ວ່າ ຈະ​ມີ​ວາ​ລະ​ປຶກ​ສາ​ຫາ​ລືກວ່າ 300 ຄັ້ງ ກ່ຽວ​ກັບ​ບັນ​ດາ​ໝວດ​ບັນ​ຫາ: ຍົກ​ສູງ​ການ​ຄຸມ​ຄອງ​ທົ່ວ​ໂລກ; ຮັບ​ມື​ກັບ​​​ສະ​ພາບຂາດ​ຄວາມ​ໝັ້ນ​ຄົງ ແລະ ກໍ່​ການ​ຮ້າຍ; ຊຸກ​ຍູ້​ການ​ພັດ​ທະ​ນາ​ກວມ​ລວມ ແລະ ຍືນ​ຍົງ​ໃນ​ສະ​ພາບ​ການ​ເສ​ດ​ຖະ​ກິດ​ໂລກ​ເຕີບ​ໂຕ​ຢ່າງ​ຊັກ​ຊ້າ; ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິ​ດ​ຄືນ​ໃຫ​ມ່ ແລະ ການ​ປະ​ຕິ​ຮູ​ບ​ສັງ​ຄົມ​ຢູ່​ບັນ​ດາ​ປະ​ເທດ​ ແລະ ພາກ​ພື້ນ; ແລະ ການ​ພັດ​ທະ​ນາ​ບັນ​ດາ​ລະ​ບົບ​ອຸດ​ສາ​ຫະ​ກຳ ແລະ ຮູບ​ແບບ​ທຸ​ລະ​ກິດ​ໃຫມ່​ໃນ​ສະ​ພາບ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4.

ເຂົ້າ​ຮ່ວມກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຈະ​ສືບ​ຕໍ່​ສົ່ງ​ສານ​ຢ່າງ​ແຮງ​ກ່ຽວ​ກັບ​ແງ່​ຫວັງ​ເສດ​ຖະ​ກິດ​ຫວຽດ​ນາມ, ບັນ​ດາ​ຄວາມ​ຕັດ​ສິນ​ໃຈ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ການ​ປ່ຽນ​ໃຫ​ມ່ຂອງ ປະ​ເທດ​ຊາດ​ຢ່າງ​ຮອບ​ດ້ານ​ ແລະ ເປັນ​ເຈົ້າ​ການ, ຕັ້ງ​ຫນ້າ​​ເຊື່ອມ​ໂຍງເຂົ້າ​ກັບ​ສາ​ກົນ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ລັດ​ຖະ​ບານ​​ແຫ່ງການ​ກະ​ທຳ ແລະ ສ້າງ​ສາ​ພັດ​ທະ​ນາ​ຂອ​ງ​ຫວຽດ​ນາມ​ໃຫ້​ເໝາະ​ສົມກັບ​ຫົວ​ຂໍ້​ຂອງກອງ​ປະ​ຊຸມນັ້ນ​ແມ່ນ “ການ​ນຳ​ເປັນ​ເຈົ້າ​ການ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ”. ກອງ​ປະ​ຊຸມ​ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຫວຽດນາມ ໂຄ​ສະ​ນາ​ກ່ຽວ​ກັບ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ຖາ​ນະ​ຕຳ​ແຫນ່ງ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ APEC 2017 ເພື່ອ​ດຶງ​ດູດ​ຄວາມ​ສົນ​ໃຈ ແລະ ສະ​ຫນັບ​ສະ​ຫນູນ​ຈາກ​ປະ​ຊາ​ຄົມ​ສາ​ກົນ​ສຳ​ລັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ປີ APEC 2017. 


ຕອບກັບ

ຂ່າວ/ບົດ​ອື່ນ