ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງລາວກາຍ

(VOVWORLD) -ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ນະຄອນລາວກາຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ, ການຄ້າ ແລະ ທ່ອງທ່ຽວຂອງແຂວງລາວກາຍ ປີ 2019.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງລາວກາຍ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

(ພາບ: TTXVN)

ເຂົ້າຮ່ວມກອງປະຊຸມມີຜູ້ແທນກວ່າ 500 ທ່ານເຊິ່ງແມ່ນການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ. ນີ້ແມ່ນໂອກາດເພື່ອໃຫ້ແຂວງລາວກາຍ ໄດ້ໂຄສະນາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງ, ຄຳໝັ້ນສັນຍາຂອງລາວກາຍ ໃນການໜູນຊ່ວຍວິສາຫະກິດ, ນັກລົງທຶນມາລົງທຶນຢູ່ລາວກາຍ.  ສານຂອງແຂວງລາວກາຍ ຢາກສົ່ງເຖິງບັນດາວິສາຫະກິດແມ່ນ “ລາວກາຍ - ຈຸດນັດພົບທີ່ປະສົບຜົນສຳເລັດ”, ຜ່ານນັ້ນໄດ້ແນະນຳບັນດາຄວາມສາມາດບົ່ມຊ້ອນເຊື່ອມຕໍ່ການຮ່ວມມືລະຫວ່າງຊາດ, ລະຫວ່າງເຂດ, ລະຫວ່າງແຂວງ; ໂຄສະນາຄວາມຕ້ອງການຮ່ວມມື, ດຶງດູດການລົງທຶນ… ທີ່ກອງປະຊຸມ, ແຂວງ ລາວກາຍ ຈະລົງນາມໃນຂໍ້ຕົກລົງຮ່ວມມືກັບ 11 ຄູ່ຮ່ວມມື ດ້ວຍຍອດເງິນລົງທຶນປະມານ 124.000 ຕື້ດົ່ງ (ເທົ່າກັບ 5,3 ຕື້ USD); ມອບຂໍ້ຕົກລົງແຜນນະໂຍບາຍລົງທຶນບັນດາໂຄງການ 8 ສະບັບ ດ້ວຍຍອດເງິນລົງທຶນປະມານ 23.000 ຕື້ດົ່ງ (ເທົ່າກັບ 1 ຕື້ USD).

ຕອບກັບ

ຂ່າວ/ບົດ​ອື່ນ