ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີໄຂກອງປະຊຸມລັດຖະມົນຕີຮັບຜິດຊອບດ້ານການຄ້າ APEC

(VOVWORLD) -ກອງປະຊຸມລັດຖະມົນຕີຮັບຜິດຊອບດ້ານການຄ້າ (MRT) ຄັ້ງທີ 23 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 20/5, ຢູ່ ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງບັນດາ ລັດຖະມົນຕີຮັບຜິດຊອບດ້ານການຄ້າ ຂອງ 21 ພື້ນຖານເສດຖະກິດສະມາຊິກ, ພ້ອມກັບເຈົ້າໜ້າທີ່ອາວຸໂສ APEC. 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີໄຂກອງປະຊຸມລັດຖະມົນຕີຮັບຜິດຊອບດ້ານການຄ້າ APEC - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີໄຂກອງປະຊຸມລັດຖະມົນຕີຮັບຜິດຊອບດ້ານການຄ້າ APEC


ກ່າວຄວາມເຫັນທີ່ວາລະໄຂ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ APEC ມີຫຼາຍຮູບຫຼາຍແບບກ່ຽວກັບລະດັບພັດທະນາເສດຖະກິດ ກໍ່ຄືຄວາມແຕກຕ່າງກັນດ້ານວັດທະນະທຳ, ລະບອບການເມືອງ, ນະໂຍບາຍພັດທະນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ:

        “APEC ຄວນເພີ່ມທະວີການຮ່ວມມືດ້ານເສດຖະກິດ, ເຕັກນິກ, ແບ່ງປັນຂໍ້ມູນ, ບົດຮຽນໃນການກຳນົດນະໂຍບາຍ ແລະ ຜັນຂະຫຍາຍບັນດາລາຍການ, ໂຄງການຮ່ວມມື ເພື່ອແນໃສ່ຍົກສູງປະສິດທິຜົນ ແລະ ສ້າງລັກສະນະພິເສດສະເພາະທີ່ພົ້ນເດັ່ນຂອງການຮ່ວມມື APEC  ເມື່ອທຽບໃສ່ບັນດາອົງການຈັດຕັ້ງ ແລະ ເວທີປາໄສອື່ນໆໃນພາກພື້ນ ແລະ ຢູ່ໃນໂລກ. ພ້ອມກັນນັ້ນ, ພວກເຮົາກໍ່ເປີດກວ້າງການຮ່ວມມືກັບບັນດາປະເທດ, ບັນດາພາກພື້ນອື່ນໆຢູ່ໃນໂລກເພື່ອພ້ອມກັນເຊື່ອມຕໍ່, ພ້ອມກັນພັດທະນາ“.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມເຊື່ອໝັ້ນວ່າ, ກອງປະຊຸມຈະມີບັນດາວາລະປຶກສາຫາລືຢ່າງຕັ້ງໜ້າ, ມີປະສິດທິຜົນ ແລະ ຮັບຮອງເອົາບັນດາຂໍ້ລິເລີ່ມເພື່ອລາຍງານຕໍ່ກອງປະຊຸມຂັ້ນສູງ APEC ໃນເດືອນ 11/2017, ແນໃສ່ມຸ່ງ APEC ເຖິງອະນາຄົດທີ່ສົດໃສ, ຈົບງາມກວ່າໃຫ້ແກ່ທຸກຄົນໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ