ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຈລະຈາກັບທ່ານນາຍົກລັດຖະມົນຕີສປປລາວທອງລຸນ ສີສຸລິດ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຈລະຈາກັບທ່ານນາຍົກລັດຖະມົນຕີສປປລາວທອງລຸນ ສີສຸລິດ - ảnh 1
ການ​ເຈ​ລະ​ຈາ​ລະ​ຫວ່າງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປ​ປ ລາວ ທອງ​ລຸນ ສີ​ສ​ຸ​ລິດ
ພາບ:VGP

(VOVworld)- ວັນ​ທີ 26/4, ໃນ​ການ​ຢ້ຽມ​ຢາມ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ​, ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຈ​ລະ​ຈາ​ກັບ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປ​ປ ລາວ ທອງ​ລຸນ ສີ​ສ​ຸ​ລິດ. ສອງ​ຝ່າຍ ໄດ້​​ມີ​​ຄວາມ​ປິ​ຕິຊົມ​ຊື່ນ​ຕໍ່​ການ​ພັດ​ທະ​ນາ​ອັນ​ດີ​ງາມ​ຂອງ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ໃນ​ໄລ​ຍະ​ຜ່ານ​ມາ. ສອງ​ຝ່າຍ​ເຫັນ​ດີ: ໃນ​ໄລ​ຍະ​ຈະ​ມາ​ເຖິງ ຈະ​ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ. ໃນ​ການ​ຊີ້​ນຳ​ບໍ​ລິ​ຫານ, ລັດ​ຖະ​ບານ ສອງ​ປະ​ເທດ ຈະ​ມີ​ການ​ກຳ​ນົດ​ທິດ​ຍາວ​ນານ ເພື່ອ​ແນ​ໃສ່​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ພັດ​ທະ​ນາ​ແບບ​ຍືນ​ຍົງ, ການ​ເຕີບ​ໂຕ​ເສ​ດ​ຖະ​ກິດ​​ການ​ຄ້າ​​ຕິດ​ພັນ​ກັບ​ການ​ຮັບ​ປະ​ກັນຊີ​ວິດ​ສັງ​ຄົມ. ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ສອງ​ທ່ານ ໄດ້​ເຫັນ​ດີ ຊຸກ​ຍູ້​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ, ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ, ສົມ​ທົບ​ກັນ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫລີມ​ສະ​ຫລອງ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ແລະ 40 ປີ​ແຫ່ງວັນ​ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ​ ແລະ ການ​ຮ່ວມ​ມື ຫວຽດ​ນາມ - ລາວ ຢ່າງ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ. ສອງ​ຝ່າຍ​ໄດ້​ເນັ້ນ​ຫ​ນັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ, ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ, ການ​ບິນ ຢູ່​ທະ​ເລ​ຕາ​ເວັນ​ອອກ, ແກ້​ໄຂ​ກາ​ນ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົ​ນ, ໃນ​ນັ້ນ ມີ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982 ພ້ອມ​ກັບ​ບັນ​ດາ​ຝ່າຍ​ປະ​ຕິ​ບັດ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍຢູ່ ທະ​ເລ​ຕາ​ເວັນ​ອອກ ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ ແລະ ​ສ້າງ​ກົດ​ແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃຫ້​ສຳ​ເລັດ​ໂດຍ​ໄວ.

ພາຍ​ຫລັງ​ການ​ເຈ​ລະ​ຈາ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ສອງ​ທ່ານ ໄດ້​ພົບ​ປະ​ກັບ​ນັກ​ຂ່າວ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ຫ​ນັກ​ຄວາມ​ສຳ​ຄັນ​ຂອງ​ການ​ຢ້ຽມ​ຢາມ ສ​ປ​ປ ລາວ​ຄັ້ງ​ນີ້:

        “ພວກ​ຂ້າ​ພະ​ເຈົ້າ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ ສີ​ສຸ​ລິດ ປະ​ສົບ​ຜົ​ນ​ສຳ​ເລັດ. ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ​ທີ່​ສຸດ ເພື່ອ​ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຊື່ງ​ສອງ​ພັກ, ສອງ​ລັດ ໄດ້​ວາງ​ອອກ​ໃຫ້​ເປັນ​ຢ່າງ​ດີ, ໃນ​ນັ້ນ ໄດ້​ລົງ​ນາມ​ໃນ​ສັນ​ຍາ 9 ສະ​ບັບ​ ແລະ ບັນ​ດາ​ຂໍ້​ຕົກ​ລົງ​ສຳ​ຄັນ​ເພື່ອ​ເປັນ​ພື້ນ​ຖານ​​ໃຫ້ແກ່​ການ​ຜັນ​ຂະ​ຫ​ຍາຍ​ແຜນ​ການ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ພ້ອມ​ກັນ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ກໍໍ່​ມີ​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ​ກວ່າ​ອີກ ເພື່ອ​ປະ​ຕິ​ບັດ​ວຽກ​ງານ​ຊື່ງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ໄດ້​ ​ປຶກ​ສາ​ຫາ​ລືໃຫ້​ເປັນ​ຢ່າງ​ດີ ເພື່ອ​ນຳ​ການ​ເຄື່ອນ​ໄຫວຂອງ​ຄະ​ນະ​ກຳ​ມະ​ການ​ກໍ​ຄື​ການ​ຮ່ວມ​ມື ລາວ - ຫວຽດ​ນາມ, ຫວຽດ​ນາມ - ລາວ ມີ​ປະ​ສິດ​ທິ​ຜົນ, ແທດ​ຈິງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ລວມ​ຂອງ​ສອງ​ປະ​ເທດ​ຫວຽດ​ນາມ - ລາວ.”

 


ຕອບກັບ

ຂ່າວ/ບົດ​ອື່ນ