ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເປັນປະທານກອງປະຊຸມພັດທະນາເສດຖະກິດທາງພາກກາງຂອງຫວຽດນາມ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ນີ້ແມ່ນກອງປະຊຸມຂອງເຂດ ທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ
ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເປັນປະທານກອງປະຊຸມພັດທະນາເສດຖະກິດທາງພາກກາງຂອງຫວຽດນາມ - ảnh 1 (ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ)

ຕອນເຊົ້າວັນທີ 20 ສິງຫາ, ຢູ່ແຂວງ ບິ່ງດິ້ງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພ້ອມກັບບັນດາຮອງນາຍົກລັດຖະມົນຕີ ໄດ້ເປັນປະທານກອງປະຊຸມພັດທະນາເສດຖະກິດທາງພາກກາງຂອງຫວຽດນາມ. ເຂົ້າຮ່ວມກອງປະຊຸມມີການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ຜູ້ແທນເຊິ່ງແມ່ນນັກຊ່ຽວຊານ, ນັກວິທະຍາສາດ, ນັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດກວ່າ 700 ຄົນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ນີ້ແມ່ນກອງປະຊຸມຂອງເຂດ ທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ ແລະ ການພັດທະນາເຂດເສດຖະກິດພາກກາງ ບໍ່ພຽງແຕ່ມີຄວາມໝາຍສຳຄັນສຳລັບ 14 ແຂວງໃນເຂດເທົ່ານັ້ນ, ຫາກຍັງມີຄວາມໝາຍສຳຄັນທີ່ມີຕໍ່ການພັດທະນາຂອງປະເທດຊາດອີກດ້ວຍ.

        “ທີ່ຕັ້ງຂອງພາກກາງ ບໍ່ພຽງແຕ່ແມ່ນເສດຖະກິດເທົ່ານັ້ນ, ຫາກນັບທັງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງປະເທດຊາດອີກດ້ວຍ. ສະນັ້ນ, ພວກເຮົາປຶກສາຫາລືກ່ຽວກັບພາກກາງ, ພັດທະນາພາກກາງ ບໍ່ພຽງແຕ່ແມ່ນເລື່ອງສະເພາະ, ເລື່ອງຂອງ 14 ແຂວງ. ສະນັ້ນ, ການເຂົ້າຮ່ວມຂອງການນຳ 14 ແຂວງພາກກາງ, ການນຳບັນດາອົງການຂອງສະພາແຫ່ງຊາດ, ລັດຖະບານຢ່າງຄົບຖ້ວນ ແມ່ນການສະແດງໃຫ້ເຫັນຄວາມເອົາໃຈໃສ່ຖືກກັບລະດັບຄວາມສຳຄັນກ່ຽວກັບການພັດທະນາຂອງພາກກາງສຳລັບປະເທດຊາດ”.

        ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາຜູ້ແທນຊີ້ໃຫ້ເຫັນຂໍ້ຕິດຂັດ ແລະ ສະເໜີບັນດາມາດຕະການແກ້ໄຂໃຫ້ແກ່ການພັດທະນາ ເພື່ອພັດທະນາໃຫ້ເຂດເສດຖະກິດພາກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ