ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານພິທີຕ້ອນຮັບນາຍົກລັດຖະມົນຕີຕວກກີ

(VOVWORLD) -ໂດຍໄດ້ຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີສ.ຕວກກີ Binali Yildirim ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 22 – 24 ສິງຫາ.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານພິທີຕ້ອນຮັບນາຍົກລັດຖະມົນຕີຕວກກີ - ảnh 1 (ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານພິທີຕ້ອນຮັບນາຍົກລັດຖະມົນຕີຕວກກີ)

ຕອນເຊົ້າວັນທີ 23 ສິງຫາ, ຢູ່ສຳນັກງານປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີຕວກກີ Binali Yildirim ຢ່າງສົມກຽດ.

        ພາຍຫຼັງພີທີຕ້ອນຮັບ, ນາຍົກລັດຖະມົນຕີ 2 ທ່ານໄດ້ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານ 2 ປະເທດດຳເນີນການເຈລະຈາ. ທ່ານນາຍົກລັດຖະມົນຕີທັງ 2 ໄດ້ແລກປ່ຽນສະພາບການຢູ່ແຕ່ລະປະເທດ ກໍຄືບັນຫາສາກົນ ແລະ ພາກພື້ນທີ່ມີຄວາມສົນໃຈ. ທາງດ້ານການເມືອງ,  2 ຝ່າຍໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ສົ່ງເສີມການພົວພັນຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆຂອງ 2 ປະເທດ. ທ່ານນາຍົກລັດຖະມົນຕີທັງ 2 ໄດ້ແບ່ງປັນຄວາມເປັນຫ່ວງກັງວົນຕໍ່ສະພາບກໍ່ການຮ້າຍທີ່ນັບມື້ນັບເພີ່ມຂຶ້ນໃນປະຈຸບັນ ແລະ ຢັ້ງຢືນຈະສະໜັບສະໜູນຄວາມພະຍາຍາມຂອງພາກພື້ນ ແລະ ສາກົນແນໃສ່ຕ້ານໄພກໍ່ການຮ້າຍເພື່ອນຳມາຊຶ່ງສົນຕິພາບ, ສະຖຽນລະພາບມາສູ່ພາກພື້ນ ແລະ ໂລກ. ທ່ານນາຍົກລັດຖະມົນຕີທັງ 2 ໄດ້ແລກປ່ຽນກ່ຽວກັບສະພາບການຢູ່ທະເລຕາເວັນອອກ. ທ່ານນາຍົກລັດຖະມົນຕີທັງ 2 ໄດ້ແລກປ່ຽນກ່ຽວກັບບັນດາແຜນນະໂຍບາຍ, ມາດຕະການຊຸກຍູ້ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ ພ້ອມທັງຢືນຢັນ 2 ລັດຖະບານໝັ້ນໝາຍສູ້ຊົນ ນຳວົງເງິນການຄ້າລະຫວ່າງ 2 ປະເທດຂຶ້ນເຖິງ 4 ຕື້ USD ໃນປີ 2020. 

    ພາຍຫຼັງການເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານພ້ອມກັນເຂົ້າຮ່ວມພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດກ່ຽວກັບການຄຸ້ມຄອງເຂດເສລີ, ເຂດຜະລິດສົ່ງອອກ, ເຂດເສດຖະກິດ, ເຂດເສດຖະກິດພິເສດ, ພາສີ ແລະ ວັດແຖກຄຸນນະພາບ. ຕໍ່ຈາກນັ້ນ, ນາຍົກລັດຖະມົນຕີ 2 ທ່ານໄດ້ແຈ້ງຕໍ່ສື່ມວນຊົນກ່ຽວກັນໝາກຜົນຂອງການເຈລະຈາ.ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ກ່າວວ່າ : 

     “   ພວກຂ້າພະເຈົ້າຢືນຢັນວ່າ ການຮ່ວມມືທາງການຄ້າ ແມ່ນເສົາຄ້ຳບຸລິມະສິດ, ມຸ່ງໄປເຖິງຄາດໝາຍນຳວົງເງິນການຄ້າລະຫວ່າງ 2 ປະເທດຂຶ້ນເຖິງ 4 ຕື້ USD ໃນປີ 2020. ຂ້າພະເຈົ້າ ແລະ ທ່ານນາຍົກລັດຖະມົນຕີຕວກກີ ໝັ້ນໝາຍສ້າງເງື່ອນໄຂສະດວກໃຫ້ແກ່ບັນດາທ້ອງຖິ່ນ, ວິສາຫະກິດ 2 ປະເທດໄດ້ຮ້ວມມື, ດຳເນີນທຸລະກິດ, ລົງທຶນໃນຂົງເຂດສິນຄ້າ, ການບໍລິການທີ່ທັງ 2 ຝ່າຍມີທ່າແຮງ. 2 ຝ່າຍໄດ້ແລກປ່ຽນມາດຕະການແກ້ໄຂບັນດາການຂັດແຍ້ງທາງດ້ານການຄ້າ, ຕ້ານການຂາບບຸບລາຄາສຳລັບສິນຄ້າຂອງ 2 ຝ່າຍ. ພວກຂ້າພະເຈົ້າ ໄດ້ແລກປ່ຽນຢ່າງລະອຽດກ່ຽວກັບການຮ່ວມມືທາງດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ຄົມະນາຄົມຂົນສົ່ງ…” 

   ຕອນບ່າຍຂອງວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີຕວກກີ Binali Yildirim  ຢ່າງສະໜິດສະໜົມ.

ຕອບກັບ

ຂ່າວ/ບົດ​ອື່ນ