ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບຄະນະຄຸ້ມຄອງສຸສານປະທານໂຮ່ຈິມີນ

(VOVWORLD) -ເນື່ອງໃນໂອກາດສະເຫລີມສະຫລອງ 72 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ ຄືວັນທີ 2 ກັນຍາ ແລະ 48 ປີແຫ່ງວັນປະທານໂຮ່ຈິມີນ ເຖິງແກ່ມໍລະນະກຳ (2/9/1969 – 2/9/2017), 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບຄະນະຄຸ້ມຄອງສຸສານປະທານໂຮ່ຈິມີນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບຜູ້ແທນຖະຫວາຍທຽບທຽນອາໄລຫາປະທານໂຮ່ຈິມີນ

ພາບ:Vietnam+

ຕອນເຊົ້າວັນທີ 20 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງກວດກາການປະຕິບັດຫນ້າທີ່ຂອງຄະນະຄຸ້ມຄອງສຸສານປະທານໂຮ່ຈິມີນ ແລະ ຖະຫວາຍທູບທຽນອາໄລຫາປະທານໂຮ່ຈິມີນ ຢູ່ເຂດປູຊະນີຍະສະຖານປະຫວັດສາດ K9 ດາຈົງ ບາຫວີ່ ຮ່າໂນ້ຍ. ກ່າວຄຳເຫັນທີ່ການເຮັດວຽກກັບຄະນະຄຸ້ມຄອງສຸສານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາວ່າ ໄລຍະຜ່ານມາ ບັນດາຫົວຫນ່ວຍຂຶ້ນກັບຄະນະຄຸ້ມຄອງສຸສານປະທານໂຮ່ຈິມີນ ໄດ້ປະຕິບັດບັນດາຫນ້າທີ່ການເມືອງທີ່ໄດ້ຮັບການມອບໝາຍເປັນຢ່າງດີ, ພິເສດແມ່ນວຽກງານຮັກສາສາກສົບຂອງປະທານໂຮ່ຈິມີນ ດ້ວຍຄວາມຮັບຜິດຊອບສູງ, ໝູນໃຊ້ບັນດາຜົນງານດ້ານວິທະຍາສາດເຕັກໂນໂລຊີ, ປ່ຽນໃຫມ່ວຽກງານຄຸ້ມຄອງ, ໂຄສະນາ, ແນະນຳ ແລະ ຮັບປະກັນຄວາມສະຫງົບປອດໄພ. ຍ້ອນເຫດນັ້ນ ຈຳນວນແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ ເຂົ້າຢ້ຽມຢາມສຸສານປະທານໂຮ່ຈິມີນ ແລະ ບັນດາປູຊະນີຍະສະຖານນັບມື້ນັບເພີ່ມຂຶ້ນ. ທ່ານນາຍົກລັດຖະມົນຕີ ປາດຖະຫນາວ່າ ບັນດາຫົວຫນ່ວຍກ່ຽວຂ້ອງສືບຕໍ່ເສີມຂະຫຍາຍຜົນງານບັນລຸໄດ້ ແລະ ສືບຕໍ່ບູລະນະປະຕິສັງຂອນ, ຮັກສາທັດສະນີຍະພາບ, ດັດປັບຄຸນນະພາບຮັບໃຊ້ແຂກທ່ອງທ່ຽວນັບມື້ນັບດີກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ