ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງຕ້ອນຮັບປະທານພັນທະມິດສະມາຊິກສະພາແຫ່ງຊາດມິດຕະພາບຍີ່ປຸ່ນ-ຫວຽດນາມ

 ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງຕ້ອນຮັບປະທານພັນທະມິດສະມາຊິກສະພາແຫ່ງຊາດມິດຕະພາບຍີ່ປຸ່ນ-ຫວຽດນາມ - ảnh 1

(vovworld)- ວັນ​ທີ 3/7, ຢູ່ ນ​ະ​ຄອນ​ຫລວງ ໂຕ​ກຽວ ປະ​ເທດ​ຍີ່​ປຸ່ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ຕ້ອນ​ຮັບ ທ່ານ Toshihiro Nicai, ປະ​ທານ​ພັນ​ທະ​ມິດ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຍີ່​ປຸ່ນ - ຫວຽດ​ນາມ. ນະ​ທີ່ນີ້ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ສະ​ເຫນີ ທ່ານ Toshihiro Nicai ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ໃນ​ພັນ​ທະ​ມິດ ຂົນ​ຂວາຍ​ລັດ​ຖະ​ບານ ຍີ່​ປຸ່ນ ເພີ່ມ​ແຫລ່ງ​ທຶນ ODA ໃຫ້​ຫວຽດ​ນາມ, ເປີດກວ້າງ​ການ​ຕ້ອນ​ຮັບ​ພະ​ຍາ​ບານ, ນັກ​ສຶກ​ສາ​ຈາກ​ຫວຽດ​ນາມ, ໃນ​ນັ້ນ ມີ​ຂົງ​ເຂດ​ກະ​ສີ​ກຳ, ການ​ປະ​ມົງ, ບັນ​ດາ​ຂະ​ແຫນງ​ການກໍ່​ສ້າງ ແລະ ຕໍ່​ກຳ​ປັ່ນ ກໍ​ຄື ລົງ​ທຶນ​ເຂົ້າ​ໂຄງ​ການ​ມະ​ຫາ​ວິ​ທະ​ຍາ​ໄລ ຫວຽດ​ນາມ - ຍີ່​ປຸ່ນ.  ທ່ານ Toshihiro Nicai ໃຫ້​ຮູ້​ວ່າ: ຈະ​ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໃນ​ພັນ​ທະ​ມິດ​ຂົນ​ຂວາຍ​ບັນ​ດາ​ວິ​ສາ​ຫະ​ກິດ, ພິ​ເສດ ແມ່ນ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ ຂອງ​ຍີ່​ປຸ່ນ ລົງ​ທຶນ​ເຂົ້າ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ຫນູ​ນ​ຊ່ວຍ ພ້ອມ​ທັງ​ແນະ​ນຳ​​ເພື່ອ​ໃຫ້ທ້ອງ​ຖິ່ນຍີ່​ປຸ່ນ ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ. ​ໃນ​ວັນ​ດຽວ​ກັນ, ທີ່​ການ​ຕ້ອນ​ຮັບ​ທ່ານ Tanaka Akihiko, ປະ​ທານ ອົງ​ການ​ຮ່ວມ​ມື​ສາ​ກົນ​ຍີ່​ປຸ່ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ປາດ​ຖະ​ຫນາ​ຢາກ​ລັດ​ຖະ​ບານ ຍີ່​ປຸ່ນ ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ ແລະ ສະ​ຫງວນ​ການ​ຫນູນ​ຊ່ວຍ​ຕັ້ງ​ຫນ້າ​ໃຫ້​ແກ່​ຫວຽດ​ນາມ, ສຳ​ລັບ​ບັນ​ດາ​ໂຄງ​ການ​ພວມ​ຜັນ​ຂະ​ຫຍາຍ ແລະ ບາງ​ໂຄງ​ການ​ໃຫມ່.

ຂ່າວ/ບົດ​ອື່ນ