ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງຕ້ອນຮັບຜູ້ຕາງຫນ້າບັນ​ດາອົງການສປຊປະຈຳຫວຽດນາມ

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງຕ້ອນຮັບຜູ້ຕາງຫນ້າບັນ​ດາອົງການສປຊປະຈຳຫວຽດນາມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງຕ້ອນ​ຮັບ
ທ່ານ​ນາງ Pratibha Mehtaຜູ້​ປະ​ສານ​ງານ​ຂອງ ສ​ປ​ຊ
ພາບ:chinhphu.vn

(vovworld)-​ ເນື່ອ​ງ​ໃນ​ໂອ​ກາດ​ວັນ ສ​ປ​ຊ, ຕອນ​ບ່າຍ​ວັນ​ທີ 24/10 ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຜູ້​ຕາງ​ຫນ້າ​ບັນ​ດາ​ອົງ​ການ​ຂອງ​ ສ​ປ​ຊ ປະ​ຈຳ​ຫວຽດ​ນາມ. ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ: ໂດຍ​ແມ່ນ​ສະ​ມາ​ຊິກ​ຂອງ ສ​ປ​ຊ ໃນ 37 ປີ​ຜ່ານ​ມາ, ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ພິ​ເສດ​ກໍ​ຄື​ປາດ​ຖະ​ຫນາ​ຢາກ​ສືບ​ຕໍ່​ຮ່ວມ​ມື​ກັບ ສ​ປ​ຊ ​ໃນ​ບ​ັນ​ດາ​​ຂົງ​ເຂດ​ຢ່າງ​ເລິກ​ເຊິ່ງ,ກວ້າງ​ຂວາງ, ມີ​ປະ​ສິດ​ທິ​ຜົນ​ກວ່າ​ອີກ​. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ ສ​ປ​ຊ ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ກໍ​ຄື​ຮັບ​ປະ​ກັນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ. ຕາງ​ຫນ້າ​ໃຫ້​ບັນ​ດາ​ອົງ​ການ​ຂອງ​ສ​ປ​ຊ ປະ​ຈຳ​ຫວຽດ​ນາມ, ທ່ານ​ນາງ Pratibha Mehta ຜູ້​ປະ​ສານ​ງານ​ຂອງ ສ​ປ​ຊ ປະ​ຈຳ​ຫວຽດ​ນາມ ໄດ້​ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ ມີ​ສຽງ​ເວົ້າ​ສຳ​ຄັນ​ໃນ​ການ​ສ້າງ​ບັນ​ດາ​ໂຄງ​ການ​ດຳ​ເນີນ​ງານ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ​ຫລັງ​ປີ 2015 ຂອງ ສ​ປ​ຊ ໃນ​ທົ່ວ​ໂລກ ດ້ວຍ 17 ຈຸດ​ໝາຍ​ໃຫ​ມ່. ສ​ປ​ຊ ປາດ​ຖະ​ຫນາວ່າ​: ຫວຽດ​ນາມ ຈະ​ນຳ​ບັນ​ດາ​ຄາດ​ໝາຍເຂົ້າໃນ​ຍຸດ​ທະ​ສາດ, ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຕົນ.

 

ຂ່າວ/ບົດ​ອື່ນ