ທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງພົບປະກັບສັນຕະປາປາ Francis ຢູ່ວາຕີກັງ

ທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງພົບປະກັບສັນຕະປາປາ Francis ຢູ່ວາຕີກັງ - ảnh 1
ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ໋ນຢຸງ (ຂວາ) ​ແລະ ສັນຕະປາປາ Francis
(ພາບ: Đức Tám/TTXVN)

(vovworld) - ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ສັນຕະປາປາ, ວັນ​ທີ 18/10, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ໋ນຢຸງ ​ໄດ້​ໄປ​ຢ້ຽມຢາມ​ສຳນັກ​ວາ​ຕີ​ກັງ, ພົບ​ປະ​ກັບສັນຕະປາປາ Francis ​ແລະ ນາຍົກລັດຖະມົນຕີສຳນັກວາ​ຕີ​ກັງ Pietro Parolin. ສັນຕະປາປາ Francis ​ໄດ້​ຊົມ​ເຊີຍຜົນງານ​ຂອງ​ຫວຽດນາມ​ ໃນ​ການ​ປະຕິບັດ​ນະ​ໂຍບາຍ​ເສລີ​ໃນ​ການ​ເຫຼື້ອມ​ໃສ, ສາສະໜາ​ ​ແລະ ​ເລື່ອງຫວຽດນາມ​ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າ​ສະພາ​ສິດ​ທິມະນຸດ ສປຊ; ກໍ່​ຄື​ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ການ​ເຄື່ອນ​ໄຫວ​ນັບ​ມື້​ນັບ​ຟົດ​ຟື້ນ​ຂອງ​ສາສະໜາ​ຄຼິດຫວຽດນາມ; ຂອບ​ອົກ​ຂອບ​ໃຈ​ລັດຖະບານ ​ແລະ ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ຂອງ​ຫວຽດນາມ ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ທູດ​ບໍ່​ປະຈຳການຂອງ​ສຳນັກ​ວາ​ຕີ​ກັງ​ຢູ່​ຫວຽດນາມ. ສ່ວນທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ກໍ່​ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ສຳນັກ​ວາ​ຕີ​ກັງ, ພ້ອມ​ທັງປະຕິບັດ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ປັບປຸງ​ນະ​ໂຍບາຍ​ເຄົາລົບ ​ແລະ ຮັບປະກັນ​ສິດ​ເສລີ​ໃນ​ການ​ເຫຼື້ອມ​ໃສ, ສາສະໜາຂອງ​ປະຊາຊົນ​ຢ່າງສອບທຳ​, ສະໜັບສະໜູນ​ສະມາຄົມ​ຄິຼດທະ​ສາສະໜາ ​ແລະ ຊາວ ຄຼິດຫວຽດນາມ, ສືບ​ຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

        ສັນຕະປາປາ Francis ກໍ່​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ສະພາບຄວາມເຄັ່ງ​ຕຶງຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຢືນຢັນ​ຢາກ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

        ຕອນ​ເຊົ້າ​ວັນ​ທີ 19/10, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ໋ນຢຸງ ​ແລະ ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ກັບ​ເມືອ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ລາຊະ​ອານາຈັກ​ແບນ​ຊິກ, ສະຫະພາບ​ເອີ​ລົບ (EU), ສ ສະຫະພັນ​ເຢຍລະ​ມັນ, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ອາຊີ - ​ເອີ​ລົບ​ຄັ້ງ​ທີ 10 (ASEM) 10 ຢູ່​ມີ​ລານ, ປະ​ເທດ​ອີ​ຕາ​ລີ ​ແລະ ການ​ຢ້ຽມຢາມ​ສຳນັກ​ວາ​ຕີ​ກັງ​ຢ່າງ​ຈົບງາມ.

ຂ່າວ/ບົດ​ອື່ນ