ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງເຂົ້າຮ່ວມພິທີສະເຫນີຕົວຊ່ອງໂທລະພາບເຍີນເຢີນ(ປະຊາຊົນ)

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງເຂົ້າຮ່ວມພິທີສະເຫນີຕົວຊ່ອງໂທລະພາບເຍີນເຢີນ(ປະຊາຊົນ) - ảnh 1
ພິ​ທີສະ​ເຫນີ​ຕົວຊ່ອງ​ໂທ​ລະ​ພາບ​ປະ​ຊາ​ຊົນ
ພາບ:baotintuc.vn

(vovworl)- ​​ຕອນ​ຄ່ຳ​ວັນ​ທີ 1/9, ພິ​ທີ​ສະ​ເຫນີ​ຕົວ​ ແລະ ອອກ​ອາ​ກາດຊ່ອງ​ໂທ​ລະ​ພາບ​ປະ​ຊາ​ຊົນ​ຢ່າງ​ເປັນ​ທາງ​ການ​ໄດ້​ດຳເນີນ​ໃນ​ໂຮງ​ລະ​ຄອນ​ໃຫຍ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ອວຍ​ພອນ​ຫນັງ​ສື​ພິມ​ເຍີນ​ເຢີນ(ປະ​ຊາ​ຊົນ) ໄດ້​ເປັນ​ເຈົ້າ​ການ, ຕັ້ງ​ຫນ້າ​ກະ​ກຽມ​ກ່ຽວ​ກັບ​ບຸກ​ຄະ​ລາ​ກອນ, ພື້ນ​ຖານ​ດ້ານ​ວັດ​ຖຸ, ເຕັກ​ນິກ, ຈັດ​ຕັ້ງ​ລາຍ​ການ​ອອກ​ອາ​ກາດ​ຊ່ອງ​ໂທ​ລະ​ພາບ​ຢ່າງ​ເປັນ​ທາງ​ການ​ກົງ​ກັບ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ​ທີ 2/9. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ເຕີນ​ຢູງ ເນັ້ນ​ຫນັກ​ວ່າ:

        “ພ້ອມ​ກັບ​ສິ່ງ​ພິມ​ຕ່າງໆ​ຂອງ​ຫນັງ​ສື​ພີມ​ເຍີນ​ເຢີນ, ໂທ​ລະ​ພາບ​ເຍີນ​ເຢີນຕ້ອງ​ປະ​ຕິ​ບັດ​ວຽກ​ງານ​ໂຄ​ສະ​ນາ, ເຜີຍ​ແຜ່​ແນວ​ທາງ​ຂອງ​ພັກ​ເຂົ້າ​ສູ່​ຊີ​ວິດ​ເປັນ​ຢ່າງ​ດີ, ສະ​ຫລຸບ​ພຶດ​ຕິ​ກຳ, ສະ​ເຫນີ​ຕໍ່​ພັກ, ລັດ​ບັນ​ດາ​ມາດ​ຕະ​ການ​ຮອບ​ດ້ານ, ມີ​ຄວາມ​ເປັນ​ໄປ​ເພື່ອ​ສືບ​ຕໍ່​ຍູ້​ແຮງ​ກິດ​ຈະ​ການ​ປ່ຽ​ນ​ແປງ​ໃຫມ່​ຂອງ​ປະ​ເທດ​ຊາດ, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.”

ຂ່າວ/ບົດ​ອື່ນ