ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງໂອ້ລົມກັບປະຊາຄົມຊາວຫວຽດນາມອາໄສຢູ່ລາວ

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງໂອ້ລົມກັບປະຊາຄົມຊາວຫວຽດນາມອາໄສຢູ່ລາວ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢູງມອບ​ຂອງ​ຂວັນ
ໃຫ້​ແກ່​ຜູ້​ຕາງ​ຫນ້າ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ
ອາ​ໄສ​ຢູ່​ລາວ
ພາບ:VGP

(vovworld)-​​ຕອນ​ບ່າຍ​ວັນ​ທີ 25/11, ໃນ​ການ​ໂອ້​ລົມ​ກັບ​ປ​ະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ,ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ​ເຂດ​ສາມ​ຫລ່ຽມ​ພັດ​ທະ​ນາ ກຳ​ປູ​ເຈຍ-ລາວ-ຫວຽດ​ນາມ ຄັ້ງ​ທີ 8(CLV), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແຈ້ງ​ໃຫ້​​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ ຊາບ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ແຕ່​ລະ​ປະ​ເທດ ຕິດ​ພັນ​ກັບ​ສະ​ພາບ​ການ​ສາ​ກົນ, ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງ​ພັກ, ລັດ​ຖະ​ບານ​ຫວຽດ​ນາມ; ສະ​ພາບ​ການ ແລະ ໝາກ​ຜົນ​ການ​ຮ່ວມ​ມື​ລົງ​ທຶນ​ລະ​ຫວ່າງ​ຫວຽດ​ນາມ ແລະ​ລາວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ​, ການ​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ-ລາວ ແມ່ນ​ມີ​ລັກ​ສະ​ນະ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ, ໃນ​ນັ້ນ​ບົດ​ບາດ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ​ແມ່ນ​ສຳ​ຄັນ​ທີ່​ສຸດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເນັ້ນ​ຫນັກ​ວ່າ:

        “ການ​ປະ​ກອບ​ສ່ວນ​ຂອງ​​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ຕ່າງ​ປະ​ເທດ​ທີ່​ມີ​ຕໍ່​ພາຍ​ໃນ​ປະ​ເທດ ບໍ່​ພຽງ​ແຕ່​ແມ່ນວັດ​ຖຸ​ເຄື່ອງ​ຂອງ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ດ້ານ​ຈິດ​ໃຈ​ອີກ​ດ້ວຍ. ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ລາວ​ເປັນ​ຢ່າງ​ດີ, ທຳ​ມາ​ຫາ​ກິນ​​ດຳ​ລົງ​ຊີ​ວິດ​ເປັນ​ຢ່າງດີ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ນ້ຳ​ໃຈ​ມິດ​ຕະ​ພາບ​ກັບ​ປະ​ຊາ​ຊົນ​ລາວ. ຜ່ານນັ້ນເຂົາ​ເຈົ້າ​ຈະ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ ກ່ຽວ​ກັບ​ປະ​ເທດ​ຊາດ​ແລະຊາວ​ຫວຽດ​ນາມ, ເພີ່ມ​ຄວາ​ມ​ໄ​ວ້ເນື້ອ​ເຊື່ອ​ໃຈເຊິ່ງ​ກັນ ແລະ​ ກັນ​ລະ​ຫວ່າງ​ສອງ​ຊາດ, ສອງ​ປະ​ເທດ.”

        Quoc Khanh ນັກ​ຂ່າວ VOV ປະ​ຈຳ​ລາວ

 

 

ຂ່າວ/ບົດ​ອື່ນ