ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພົບປະກັບທ່ານປະທານາທິບໍດີ ມຽນມາ

(VOVWORLD) -ຕອນເຊ້ົາວັນທີ 11 ພຶດສະພາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານປະທານາທິບໍດີ ມຽນມາ Win Myint ເຊິ່ງພວມມີການຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມວັນບຸນ ວິສາຂະບູຊາ Vesak ສປຊ 2019. 
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພົບປະກັບທ່ານປະທານາທິບໍດີ ມຽນມາ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານປະທານາທິບໍດີ ມຽນມາ Win Myint (ພາບ: VGPໍ)

ນະທີ່ນີ້, ສອງຝ່າຍໃຫ້ຄໍາໝັ້ນສັນຍາຈະເຮັດໃຫ້ການຮ່ວມມືດ້ານການຄ້າສອງຝ່່າຍເລິກເຊິ່ງກວ່າອີກ ເພື່ອແນໃສ່ບັນລຸຄາດໝາຍວົງເງິນການຄ້າສອງຝ່າຍ 1 ຕື້ USD. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ມຽນມາ ເອົາໃຈໃສ່ຊຸກຍູ້ບັນດາໂຄງການກະສິກໍາ ແລະ ສິນໃນນໍ້າທີ່ພວມຜັນຂະຫຍາຍລະຫວ່າງສອງປະເທດ; ຊຸກຍູ້ການພັດທະນາບັນດາໂຄງການເຊື່ອມຕໍ່ຄົມມະນາຄົມທາງບົກ ແລະ ການຂົນສົ່ງທາງທະເລ,  ກ່່ອນອື່ນໝົດ ແມ່ນດໍາເນີນການສໍາຫຼວດເສັ້ນທາງທີ່ຂຶ້ນກັບດິນແດນຂອງ ມຽນມາ ເພື່ອເຊື່ອມຕໍ່ເສັ້ນທາງແຕ່ ຮ່າໂນ້ຍ - ເຕີຍຈາງ ໄປຍັງ ປະເທດລາວ.

        ທ່ານປະທານາທິບໍດີ ມຽນມາ Win Myint ຢັ້ງຢືນວ່າ ຈະໜູນຊ່ວຍ, ຮ່ວມມືກັບຫວຽດນາມ ຢ່າງແໜ້ນແຟ້ນໃນປີເປັນປະທານ ອາຊຽນ 2020 ເພື່ອແນໃສ່ສືບຕໍ່ພັດທະນາປະຊາຄົມ ອາຊຽນ, ເສີມຂະຫຍາຍບົດບາດເປັນໃຈກາງ ແລະ ປັບປຸງນໍ້າໃຈສາມັກຄີ ຂອງ ອາຊຽນ.

        ນອກຈາກນັ້ນ ສອງຝ່າຍກໍເນັ້ນໜັ້ກເຖິງຄວາມສໍາຄັນຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ; ພ້ອມທັງຢັ້ງຢືນສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງກັນບົນພື້ນຖານເຄົາລົບກົດໝາຍສາກົນ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982; ໃຫ້ຄໍາໝັ້ນສັນຍາສະໜັບສະໜູນການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ບັນລຸຜົນສັກສິດ ແລະ ມີປະສິດທິຜົນໂດຍໄວ.

        ແລະກໍໃນວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍໄດ້ເຂົ້າຢ້ຽມຂໍ່ານັບທ່ານປະທານາທິບໍດີ ມຽນມາ Win Myint ເຊັ່ນດຽວກັນ. ເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີ ມຽນມາ ຢັ້ງຢືນວ່າ ມຽນມາສະໜັບສະໜູນ ຫວຽດນາມ ອອກສະໝັກເລືອກຕັ້ງເປັນກໍາມະການບໍ່ປະຈໍາສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021; ພ້ອມທັງໃຫ້ຮູ້ວ່າ, ໃນອາຍຸການເປັນປະທານທິບໍດີຂອງຕົນ ທ່ານຈະຍູ້ແຮງການຮ່ວມມືກັບຫວຽດນາມ ຢ່າງແໜ້ນແຟ້ນ, ໂດຍສະເພາະແມ່ນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ