ທ່ານນາຍົກລັດຖະມົນຕີເຂົ້າຮ່ວມພິທີວາງສີລາເລີກໂຄງການສວນສາທາລະນະກິມກວີຢູ່ຮ່າໂນ້ຍ

ທ່ານນາຍົກລັດຖະມົນຕີເຂົ້າຮ່ວມພິທີວາງສີລາເລີກໂຄງການສວນສາທາລະນະກິມກວີຢູ່ຮ່າໂນ້ຍ - ảnh 1
ທ່ານນາຍົກລັດຖະມົນຕີເຂົ້າຮ່ວມພິທີວາງສີລາເລີກ
ໂຄງການສວນສາທາລະນະກິມກວີຢູ່ຮ່າໂນ້ຍ

(vovworld) - ຕອນ​ເຊົ້າ​ວັນ​ທີ 2/9, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ແລະ ບໍລິສັດ​ຫຸ້ນ​ສ່ວນ ກຸ່ມ​ບໍລິສັດມັດເຈີ່ຍ (Sun Group) ​ໄດ້​ຈັດ​ພິທີວາງສີລາເລີກ​ໂຄງການ​ສວນສາທາລະນະ ວັດທະນະທຳ ທ່ອງ​ທ່ຽວ ລະ​ຫຼິ້ນ ບັນ​ເທິງ ​ກິມກວີ​ (ສວນສາທາລະນະ​ກິມກວີ) ຢູ່ຕາແສງ ວິ້ງງອກ, ເມືອງ ດົງແອງ, ​ ຮ່າ​ໂນ້ຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ອວຍພອນ.

        ກ່າວຄວາມເຫັນນະພິທີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງ​ໂຄງການ​ສວນສາທາະນະ ວັດທະນະທຳ ກິມກວີ, ພາຍຫຼັງ​ນຳ​ເຂົ້າ​ເຄື່ອນ​ໄຫວ​ຈະ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ກ່ຽວ​ກັບ​ການ​ພັດທະນາ​ວັດທະນະທຳ, ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ຈິດ​ໃຈ​ຂອງ​ປະຊາຊົນ ​ແລະ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ດ້ວຍ​ແຫຼ່ງທຶນ​ຂອງ​ທົ່ວ​ສັງຄົມ. ທ່ານ​ນາຍົກລັດຖະມົນຕີກໍ່ຫວັງ​ວ່າ, ​ເຈົ້າ​ຂອງ​ລົງທຶນ​ຈະ​ຮັບປະກັນ​ປະຕິບັດ​ສຳ​ເລັດ​ໄລຍະ 1 ​ໃນ​ໄລຍະ​ເວລາ 18 ​ເດືອນ​ຄື​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ, ຜ່ານ​ນັ້ນ​ປະກອບສ່ວນ​ສ້າງ​ເຄື່ອງໝາຍທ່ອງ​ທ່ຽວ ຫວຽດນາມ​ຢູ່ ນະຄອນຫຼວງ ຮ່າ​ໂນ້ຍ.

        ຕາມ​ທີ່​ໄດ້​ຮັບ​ຊາບ​ແລ້ວ, ​ໂຄງການ​ສວນສາທາລະນະ ກິມກວີ ​ແມ່ນ​ການ​ກະທຳ​ລະອຽດ ​ເພື່ອ​ແນ​ໃສ່​ຫັນ​ວິ​ໄສ​ທັດ​ພັດທະນາ​ນະຄອນຫຼວງ ຮ່າ​ໂນ້ຍ​ເຊິ່ງທ່ານ​ນາຍົກລັດຖະມົນຕີ​ໄດ້​ເຊັນ​ອະນຸມັດ​ໃນ​ແຜນ​ສັງ​ລວມກໍ່ສ້າງ ຮ່າ​ໂນ້ຍ​ເຖິງ​ປີ 2030 ​ແລະ ວິ​ໄສ​ທັດ​ເຖິງ​ປີ 2050 ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ​ໂຄງການມີ​ຍອດ​ຈຳນວນ​ທຶນ​ໄລຍະ 1 ​ແມ່ນ 4.600 ຕຶ້ດົ່ງ, ຄາດ​ວ່າ​ຈະ​ກໍ່ສ້າງ​ສຳ​ເລັດ​ພາຍ​ໃນ​ເວລາ 18 ​ເດືອນ ​ແລະ ຈະ​ນຳ​ເຂົ້າ​ເຄື່ອນ​ໄຫວ​ໃນ​ປີ 2018.

ຂ່າວ/ບົດ​ອື່ນ