ທ່ານນາຍົກລັດຖະມົນຕີໄທປະກາດບໍ່ລາອອກຈາກຕຳແໜ່ງໂດຍບໍ່ຫົວຊາຕໍ່ຜົນການລົງປະຊາມະຕິ

ທ່ານນາຍົກລັດຖະມົນຕີໄທປະກາດບໍ່ລາອອກຈາກຕຳແໜ່ງໂດຍບໍ່ຫົວຊາຕໍ່ຜົນການລົງປະຊາມະຕິ - ảnh 1
ທ່ານ ປາ​ຢຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ
(ພາບສຳນັກຂ່າວສານຫວຽດນາມ)

(vovworld) –​ ​​​ທ່ານ ປາ​ຢຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ປະ​ກາດບໍ່​ລາ​ອອກ​ຈາກ​ຕຳ​ແໜ່ງ ຖ້າ​ປະ​ຊາ​ຊົນ​ປະ​ເທດນີ້ ປະ​ຕິ​ເສດຮ່າງ​ລັດ​ຖະ​ທຳ​ມະ​ນູນ ໃນ​ການ​​ລົງ​ປະ​ຊາ​ມະ​ຕິ ​ໃນ​ເດືອນ 8 ທີ່​ຈະ​ມາ​ເຖິງ. ເມື່ອຕອບ​ສຳ​ພາດ​​ຕໍ່ວົງ​ການ​ນັກ​ຂ່າວ ໃນວັນ​ທີ 27/6, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ຢຸດ ໃຫ້​ຮູ້​ຕື່ມ​ອີກວ່າ ອຳ​ນາດ​ການ​ປົກ​ຄອງ​ໄທ ຈະ​ດຳ​ເນ​ີນ​ການ​ປະ​ຕິ​ຮູບ​ດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດ ກ່ອນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ ຄາດ​ຄະ​ເນ​ວ່າ​ຈະ​ຈັດ​​ຕັ້ງ ໃນ​ປີ 2017. ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ໃໝ່, ​ໂດຍ​ຄະ​ນະ​ກຳ​ມະ​ການ​ຮຽບ​ຮຽງ​ລັດ​ຖະ​ທຳ​ມະ​ນູນ (CDC) ໄທ ປະ​ກາດ​​ໃນວັນ​ທີ 29/3 ຜ່ານ​ມາ, ໄດ້​​ຮັບ​ຄວາມ​ຫວັງ​​ຈະເປັນ​​ມາດ​ຕະ​ການແກ້​ໄຂ ໃຫ້​ວິ​ກິດ​ການ​ດ້ານ​ການ​ເມືອງ​ ທີ່​ແກ່​ຍາວ​​ມາ​ເປັນ​ເວ​ລາໜຶ່ງ​ທົດ​ສະ​​ວັດ ຢູ່​ໄທ. ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ນີ້ມີ​ຄວາມ​ໜາ 105 ໜ້າ ດ້ວຍ 279 ​ຂໍ້ມາດ​ຕາ ຈະ​ຖືກ​ຍົກ​ອອກ​ມາ​ລົງ​ປະ​ຊາ​ມະ​ຕິ ​ໃນ​ວັນ​ທີ 7/8 ຈະ​ມ​າ​ເຖິງ. ຖ້າ​​ວ່າຮ່າງ​​ລັດ​ຖະ​ທຳ​ມະ​ນູນ​ດັ່ງ​ກ່າວ ໄດ້​ຮັບ​ການ​ຮັບ​ຮອງ​ເອົ​າ​ ໃນ​ການ​ລົງ​ປະ​ຊາ​ມະ​ຕິ, ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ ຈະ​​ໄດ້​ຮັບ​ການຈັດຕັ້ງຂື້ນ​ ໃນ​ເດືອນ 7/2017 ຄື ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ຢຸດ ​ໄດ້ໃຫ້​ຄຳ​ໝັ້ນ​ສັນ​ຍາ.

 

 

 

ຂ່າວ/ບົດ​ອື່ນ