ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບ ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ

(VOVWORLD) -ທ່ານປະທານປະເທດ ຊົມເຊີຍເລື່ອງຍີ່ປຸ່ນໜູນຊ່ວຍຫວຽດນາມ ໃນບັນດາຂົງເຂດ ປ້ອງກັນຕ້ານອັກຄີໄພ, ກູ້ຊ່ວຍຜູ້ປະສົບເຄາະຮ້າຍ...
ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບ ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ - ảnh 1 ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບ ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Cono

ທີ່ການຕ້ອນຮັບທ່ານ Taro Cono ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນໄດ້ດໍາເນີນໃນຕອນບ່າຍວັນທີ 12 ກັນຍາ, ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ສະເໜີ ໃຫ້ ທ່ານ ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Cono ມານະພະຍາຍາມນໍາການພົວພັນຮ່ວມມືມິດຕະພາບ ລະຫວ່າງສອງປະເທດເຂົ້າສູ່ລວງເລິກ, ມີປະສິດທິຜົນ ຜ່ານການເພີ່ມທະວີການພົວພັນແລກປ່ຽນ, ພົບປະຂັ້ນສູງ ແລະ ພົບປະແລກປ່ຽນລະຫວ່າງບັນດາຂະແໜງການ, ທ້ອງຖິ່ນຕ່າງໆ; ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ສືບຕໍ່ສະໜອງທຶນ ODA ໃຫ້ຫວຽດນາມ; ເພີ່ມທະວີການພົວພັນແລກປ່ຽນ ລະຫວ່າງປະຊາຊົນ ແລະ ທ້ອງຖິ່ນຂອງຫວຽດນາມ ກັບ ຍີ່ປຸ່ນ; ທ່ານປະທານປະເທດ ຊົມເຊີຍເລື່ອງຍີ່ປຸ່ນໜູນຊ່ວຍຫວຽດນາມ ໃນບັນດາຂົງເຂດ ປ້ອງກັນຕ້ານອັກຄີໄພ, ກູ້ຊ່ວຍຜູ້ປະສົບເຄາະຮ້າຍ... ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕີລາຄາສູງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປິ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ ທີ່ຫາກໍໄດ້ຈັດຕັ້ງ ຄື ງານລາຕີີ ຫວຽດນາມ - ຍີ່ປຸ່ນ ແລະ ດົນຕີປະສານສຽງຂອງວົງດົນຕີ NHK; ທ່ານກໍສະເໜີໃຫ້ສອງຝ່າຍ ສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວ ທີ່ມີຂອບຂະໜາດໃຫຍ່ ແລະ ມີຄວາມໝາຍໃນໂອກາດນີ້, ຜ່ານນັ້ນປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງປະເທດ.

        ສ່ວນ ທ່ານ Taro Cono ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ຢັ້ງຢືນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງ ລະຫວ່າງການນໍາຂັ້ນສູງສອງປະເທດ, ປະກອບສ່ວນພັດທະນາການຮ່ວມມື ຫວຽດນາມ - ຍີ່ປຸ່ນ ຢ່າງແທດຈິງ ແລະ ມີປະສິດທິຜົນກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ