ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດ ສ. Uruguay ຕາເວັນອອກເຂົ້າຢ້ຽມອຳລາ

(VOVWORLD) - ການຮ່ວມມືລະຫວ່າງ ຫວຽດນາມ ແລະ ສ. Uruguay ຕາເວັນອອກ; ພ້ອມທັງປາຖະໜາວ່າ ທ່ານເອກອັກຄະລັດຖະທູດ Carlos Irigaray Santana ຈະສືບຕໍ່ສະໜັບສະໜູນ
ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດ ສ. Uruguay ຕາເວັນອອກເຂົ້າຢ້ຽມອຳລາ - ảnh 1ທ່ານ Carlos Irigaray Santana ແລະ ທ່ານປະທານປະເທດ ເຈີ່ນດ້າຍກວາງ 

ວັນທີ 23 ພະຈິກ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕ້ອນຮັບທ່ານ Carlos Irigaray Santana, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ. Uruguay ຕາເວັນອອກ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດໜ້າທີ່ທາງການທູດຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີລາຄາສູງ ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ Carlos Irigaray Santana ໃນການເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ສ. Uruguay ຕາເວັນອອກ; ພ້ອມທັງປາຖະໜາວ່າ ທ່ານເອກອັກຄະລັດຖະທູດ Carlos Irigaray Santana ຈະສືບຕໍ່ສະໜັບສະໜູນ, ຊຸກຍູ້ການເພີ່ມທະວີການພົວພັນອັນດີງາມລະຫວ່າງ 2 ປະເທດກ່ວາອີກ. ທ່ານປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ການພັດທະນາການພົວພັນກັບບັນດາປະເທດ ໃນພາກພື້ນ ອາເມລິກາ ໃຕ້, ໃນນັ້ນມີປະເທດ ສ. Uruguay ຕາເວັນອອກ.

        ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ Carlos Irigaray Santana ໄດ້ເຊື້ອເຊີນທ່ານປະທານປະເທດ ສສ ຫວຽດນາມ ເຈີ່ນດ້າຍກວາງ ໄປຢ້ຽມຢາມ ສ. Uruguay ຕາເວັນອອກ, ເນັ້ນໜັກວ່າ ການຢ້ຽມຢາມ Uruguay ຕາເວັນອອກ ຄັ້ງທຳອິດ ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ຈະແມ່ນຂີດໝາຍສຳຄັນສຳລັບການພົວພັນ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ