ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມພິທີສະຫລຸບປີ APEC 2017

(VOVWORLD) - ຕອນເຊົ້າວັນທີ 27 ພະຈິກ, ທີ່ຮ່າໂນ້ຍ, ຄະນະກຳມະການແຫ່ງຊາດ APEC 2017 ຈັດຕັ້ງພິທີສະຫລຸບປີ APEC 2017.
ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມພິທີສະຫລຸບປີ APEC 2017 - ảnh 1ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວຄຳເຫັນທີ່ພິທີສະຫລຸບປີ APEC 2017 

ປີ APEC 2017 ມີການເຄື່ອນໄຫວ 243 ຢ່າງ ເຊິ່ງ ຫວຽດນາມ ຈັດຕັ້ງ, ມີຜູູ້ແທນເຂົ້າຮ່ວມກ່ວາ 21.000 ຄົນ, ສະເພາະສັບປະດາຂັ້ນສູງ APEC ມີປະມານ 11.000 ຄົນເຂົ້າຮ່ວມ. ສັບປະດາຂັ້ນສູງ APEC ໄດ້ຮັບຮອງເອົາເອກະສານສຳຄັນ 8 ສະບັບ, ເປັນຕົ້ນແມ່ນຖະແຫຼງການຂັ້ນສູງ ດ່າໜັງ ແລະ ຖະແຫຼງການຮ່ວມກອງປະຊຸມລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດ - ເສດຖະກິດ.

        ກ່າວຄຳເຫັນທີ່ພິທີສະຫລຸບ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຊີ້ແຈ້ງວ່າ ປີ APEC 2017, ເປັນຕົ້ນແມ່ນສັບປະດາຂັ້ນສູງຄັ້ງທີ 25 ໄດ້ສຳເລັດຜົນຢ່າງຈົບງາມໃນທຸກດ້ານ ນຳ ຫວຽດນາມ ກາຍເປັນຈຸດສຸມສົນໃຈຂອງທົ່ວໂລກ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ: ນີ້ແມ່ນຜົນງານການຕ່າງປະເທດທີ່ພົ້ນເດັ່ນຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບໃນປີນີ້. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ ສືບຕໍ່ປະຕິບັດວຽກງານໂຄສະນາເຜີຍແຜ່ບັນດາຜົນສຳເລັດຂອງປີ APEC 2017 ແລະ ຄວາມສຳຄັນຂອງການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ  ກ້ວາງຂວາງ.

ຕອບກັບ

ຂ່າວ/ບົດ​ອື່ນ