ທ່ານປະທານປະເທດຫວຽດນາມເຈືອງເຕີນຊາງເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນນັກສິລະປິນສະແດງບົນເວທີ

ທ່ານປະທານປະເທດຫວຽດນາມເຈືອງເຕີນຊາງເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນນັກສິລະປິນສະແດງບົນເວທີ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ພົບ​ປະ​
ກັບ​ບັນ​ດາ​ນັກ​ສິ​ລະ​ປິນ
ພາບ:TTXVN

(vovworld)-​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ນັກ​ສິ​ລະ​ປິນສະ​ແດງ​ບົນ​ເວ​ທີ​ດຳ​ເນີ​ນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 17/12 ຢູ່​ຮ່າ​ໂນ້ຍ ແນ​ໃສ່​ສະ​ຫລຸ​ບ​ວຽກ​ງານ​ອາ​ຍຸ​ການ​ທີ 7 ແລະ ວາງ​ທິດ​ທາງວຽກ​ງານ ອາ​ຍຸ​ການທີ 8 (2014-2019). ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸ​ມ​ໃຫຍ່, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ​ນ​ຊາງ ຕີ​ລາ​ຄາ​ສູງ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ນັກ​ສິ​ລະ​ປິນ​ສະ​ແດງ​ບົນ​ເວ​ທີ​ຫວຽດ​ນາມ​ໄລ​ຍະ 2009-2014 ສຳ​ລັບ​ການ​ອະ​ນຸ​ລັກ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ຂອງ​ສິ​ລະ​ປະ​ການ​ສະ​ແດງ​ບົນ​ເວ​ທີ, ຮັບ​ເອົາ​ບັນ​ດາ​ຄຸນ​ຄ່າ​ໃຫມ່, ພັດ​ທະ​ນາ​ຂະ​ແຫນງ​ສະ​ແດງ​ບົນ​ເວ​ທີ​ຕາມ​ທິດ​ທັນ​ສະ​ໄຫມ, ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ຮັບ​ຊົມ​ສິ​ລະ​ປະ​ນັບ​ມື້​ນັບ​ສູງ​ຂອງ​ຜູ້​ຊົມ.

        “ພາຍ​ຫລັງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ນີ້, ສະ​ມ​າ​ຄົມ​ທຸກ​ຂັ້ນ ຄວນ​ສືບ​ຕໍ່​ປ່ຽນ​ໃຫມ່​ເນື້ອ​ໃນ ແລະ ວິ​ທີ​ການ​ເຄື່ອນ​ໄຫວ, ມີ​ແຜນ​ການ ແລະ ວິ​ທີ​ການ​ລະ​ອຽດ, ແທດ​ຈິງ ເພື່ອ​ເຕົ້າ​ໂຮມບັນ​ດາ​ນັກ​ສິ​ລະ​ປິນ​ສະ​ແດງ​ບົນ​ເວ​ທີ​ເພື່ອ​ພາ​ລະ​ກິດ​ວັດ​ທະ​ນະ​ທຳ​ຂອງ​ຊາດ. ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ບັນ​ດາ​ກະ​ຊວງ, ຄະ​ນະ, ຂະ​ແຫນງ​ການ, ຮາກ​ຖານ​ບຳ​ລຸງ​ສ້າງ ເພື່ອ​ປະ​ຕິ​ບັດ​ຫນ້າ​ທີ່​ການ​ເມືອງ, ຍົກ​ສູງ​ບົດ​ບາດ,ທີ່​ຕັ້ງ​, ຄຸ​ນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ນັກ​ສິ​ລະ​ປິນ​ສະ​ແດງ​ບົນ​ເວ​ທີ​ຫວຽດ​ນາມ.”

ກ່ອນ​ຫນ້ານັ້ນ, ຕອນ​ຄ່ຳ​ວັນ​ທີ 16/12 ຢູ່ ທຳ​ນຽບ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈືອງ​ເຕີນ​ຊາງ ໄດ້​ພົບ​ປະ​ສັງ​ສັນ​ກັບ​ຄະ​ນະ​ຜູ້​ແທນ​ນັກ​ສິ​ລະ​ປິນ​ສະ​ແດງ​ບົນ​ເວ​ທີ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ຄະ​ນະ​ມາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ນັກ​ສິ​ລະ​ປິນ​ບົນ​ເວ​ທີ ອາ​ຍຸ​ການທີ 8(2014-2019) ຢູ່ ຮ່າ​ໂນ້ຍ. ເມື່ອ​ຕີ​ລາ​ຄາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ຖັນ​ແຖວ​ນັກ​ສິ​ລະ​ປິນ​ສະ​ແດງບົນ​ເວ​ທີ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ​ນ​ຊາງ ຢືນ​ຢັນ​ວ່າ: ພັກ, ລັດ ແລະ ປະ​ຊາ​ຊົນ ຍາມ​ໃດ​ກໍ​ເຊີດ​ຊູ​ບັນ​ດາ​ການ​ອຸ​ທິດ​ສ່ວນ​ຂອງ​ບັນ​ດາ​ນັກ​ສິ​ລະ​ປິນ, ພິ​ເສດ​ແມ່ນ​ຜູ້​ກຳ​ກັບ​ການ​ສະ​ແດງ, ນັກ​ສະ​ແດງ​ໃນ​ໄລ​ຍະ​ຕໍ່​ຕ​້ານ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ຫນັກ​ວ່າ: ໃນ​ສະ​ພາບ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂ​ອງ​ຫວຽດ​ນາມ ເຖິງ​ເພື່ອນ​ມິດ​ສາ​ກົນ​ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ຜ່ານ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ, ບັນ​ດາ​ນັກ​ສິ​ລະ​ປິນ ຄວນ​ສວມ​ບົດ​ບາດ​ເປັນ​ຂົວ​ຕໍ່​ມິດ​ຕະ​ພາບ, ແນະ​ນຳ​ສິ່ງຍອດ​ຍິ່ງ, ຄວາມ​ງາມ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ຫວຽດ​ນາມ ເຖິງ​ເພື່ອນ​ມິດ​ສາ​ກົນ.  

ຂ່າວ/ບົດ​ອື່ນ