ທ່ານປະທານປະເທດເຂົ້າຮ່ວມພິທີສະເຫລີມສະຫລອງ17ປີແຫ່ງວັນສ້າງຕັ້ງຕຳຫລວດທະເລຫວຽດນາມ

ທ່ານປະທານປະເທດເຂົ້າຮ່ວມພິທີສະເຫລີມສະຫລອງ17ປີແຫ່ງວັນສ້າງຕັ້ງຕຳຫລວດທະເລຫວຽດນາມ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງເຂົ້າ​ຮ່ວມ​ພິ​ທີ

(vovworld)- ​ວັນ​ທີ 28/8 ຢູ່ ຮ່າ​ໂນ້ຍ, ກອງ​ບັນ​ຊາ​ການ​ຕຳ​ຫລວດ​ທະ​ເລ ໄດ້​ຈັດ​ຕັ້ງ​ພິ​ທີ​ຮັບ​ນາມ​ມະ​ຍົດ​ “ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ​ໄລ​ຍະ​ປ່ຽນ​ແປງ​ໃຫມ່” ແລະ ສະ​ເຫລີມ​ສະ​ຫລອງ 17 ປີ​ແຫ່ງວັນ​ສ້າງ​ຕັ້ງ (28/8/1998-28/8/2015). ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຖື​ວ່າ: ໃນ​ຊຸມ​ປີ​ຈະ​ມາ​ເຖິງ ສະ​ພາບ​ການ​ໂລກ, ພາກ​ພື້ນ ຍັງ​ເກີດ​ການ​ຜັນ​ແປ​ສັບ​ສົນ​ຫລາຍ​ຢ່າງ, ຫນ້າ​ທີ່​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ອະ​ທິ​ປະ​ໄຕ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​, ຄວາມ​ປອດ​ໄພ ແລະ ຮັກ​ສາ​ສິ່ງ​ແວດ​ລ້ອມ​ທະ​ເລ, ໝູ່​ເກາະ ໄດ້ ແລະ ພວມ​ວາງ​ອອກ​ບັນ​ດາ​ຫນ້າ​ທີ່​ຫນ​ັກ​ຫນ່ວງ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະ ທົ່ວ​ກອງ​ທັບ, ໃນ​ນັ້ນ ມີ​ຫນ້າ​ທີ່​ສຳ​ຄັນຂອງ​ຕຳ​ຫລວດ​ທະ​ເລ​ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ຫນັກ​ວ່າ:      “ຕຳ​ຫລວດທະ​ເລ​ຕ້ອງ​ຖື​ເປັນ​ສຳ​ຄັນ ແລະ ປະ​ຕິ​ບັດ​ວຽກ​ງານ​ສຶກ​ສາ​ການ​ເມືອງ, ແນວ​ຄິດ, ສ້າງ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ, ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ສະ​ພາບ​ການ, ຫນ້າ​ທີ່, ຊາບ​ຊືມ ແລະ ກຳ​ແຫນ້ນ​ທັດ​ສະ​ນາ​ຂອງ​ພັກ ແລະ ລັດ​ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ບົນ​ທະ​ເລ ເປັນ​ຕົ້ນ​ແມ່ນ​ແຜນ​ນະ​ໂຍ​ບາຍ, ມາດ​ຕະ​ການ​ເພື່ອ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທ​ະ​ເລ, ໝູ່​ເກາະ, ໄຫລ່​ທະ​ວີບ​ຂອງ​ປະ​ເທດ​ຊາດ​ຢ່າງ​ຄົບ​ຖ້ວນ.”

ຂ່າວ/ບົດ​ອື່ນ