ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບທ່ານນາງຮອງປະທານທະນາຄານໂລກ

ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບທ່ານນາງຮອງປະທານທະນາຄານໂລກ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງຕ້ອນ​ຮັບ​ທ່ານ​ນາງ Victoria Kwakwa, ຮອງ​ປະ​ທານ​ທະ​ນາ​ຄານ​ໂລກ
ພາບ:TTXVN

(vovworld)- ຕອນ​ບ່າຍ​ວັນ​ທີ 18/5, ທີ່​ການ​ຕ້ອນ​ຮັບ​ທ່ານ​ນາງ Victoria Kwakwa, ຮອງ​ປະ​ທານ​ທະ​ນາ​ຄານ​ໂລກ ຮັບ​ຜິດ​ຊອບ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ ປາ​ຊີ​ຟີກ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ສະ​ເຫນີ ທະ​ນາ​ຄານ​ໂລກ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ປະ​ສານ​ງານ, ຮຽກ​ຮ້ອງ​ບັນ​ດາ​ແຫລ່ງ​ທຶນ​ຫນູນ​ຊ່ວຍ​ເພື່ອ​ໃຫ້​ຫວຽດ​ນາມ ສຸມ​ໃສ່​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ໃຫ້​ບັນ​ດາ​ເຂດ, ພາກ ແລະ ປາດ​ຖະ​ຫນາ​ຢາກ​ທະ​ນາ​ຄານ​ໂລກ​ສືບ​ຕໍ່​ຫນູນ​ຊ່ວຍ​ຫວຽດ​ນາມ​ໃນ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ສ່ວນ​ທ່ານ​ນາງ Victoria Kwakwa ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ສາຍ​ພົວ​ພັນ​ລະ​ຫວ່າງ ທະ​ນາ​ຄ​ານ​ໂລກ ແລະ​  ຫວຽດ​ນາມ ຈະ​ສືບ​ຕໍ່​ພັດ​ທະ​ນາກວ່າ​ອີກ, ຜ່ານ​ຜົນ​ສຳ​ເລັດ​ຂອງ​ຫວຽດ​ນາມ ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ ການ​ຫນູນ​ຊ່ວຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ນັ້ນ​ອາດ​ຈະ​ແຜ່​ລາມ​ອອກ​ສູ່​ບັນ​ດາ​ປະ​ເທດ​ອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ