ທ່ານປະທານປະເທດເຈີ່ນດ້າຍກວາງຕ້ອນຮັບປະທານສູນແຫ່ງຊາດAPECອາເມລິກາ

ທ່ານປະທານປະເທດເຈີ່ນດ້າຍກວາງຕ້ອນຮັບປະທານສູນແຫ່ງຊາດAPECອາເມລິກາ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່​ນດ້າຍ​ກວາງ
​ຕ້ອນຮັບ​ທ່ານ​ນາງ Monica Whaley
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 09/12 ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່​ນດ້າຍ​ກວາງ ​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Monica Whaley ປະທານ​ສູນ​ແຫ່ງ​ຊາດ APEC ອາ​ເມ​ລິ​ກາ. ນະ​ທີ່​ນີ້ ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ: ລັດ ຫວຽດນາມ ຊົມ​ເຊີຍ​ຂໍ້​ລິ​ເລີ່​ມປະກອບສ່ວນ​ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມືດ້ານ​ການ​ຄ້າ, ການ​ລົງທຶນ​ໃນ​ພາກ​ພື້ນ, ສ້າງ​ຄວາມ​ສະດວກ​ໃຫ້ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຢືນຢັນ​ຄວາມ​ປາດ​ຖະໜາ​ຂອງ ຫວຽດນາມ ​ໃນ​ການ​ດຶງ​ດູດ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ຫລາຍ​ແຫ່ງມາ​ລົງທຶນ​ເຂົ້າ​ບັນດາ​ຂົງ​ເຂດ​ ຊຶ່ງ ຫວຽດນາມ ພວມ​ສົ່ງ​ເສີມ​ຄື:ພື້ນຖານ​ໂຄງ​ລ່າງ, ​ເຕັກ​ໂນ​ໂລ​ຢີສູງ, ພະລັງງານ, ການ​ບໍລິການ…

        ສ່ວນ​ທ່ານ​ນາງ Monica Whaley ​ແບ່ງ​ປັ່ນ​ກ່ຽວ​ກັບ​ບັນດາ​ບຸລິມະ​ສິດ​ໃຫ້​ປີ APEC 2017, ທ່ານ​ນາງ Monica Whaley ຖື​ວ່າ: ກອງ​ປະຊຸມ​ສຸດ​ຍອດ​ວິ​ສາ​ຫະກິດ (CEO Summit ​) ​ແມ່ນ​ເຫດການ​ສຳຄັນ, ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ວົງ​ການ​ວິ​ສາ​ຫະກິດ​ສຳລັບ​ບັນດາ​ພື້ນ​ຖານ​ເສດຖະກິດ​​ສະມາຊິກ

ຂ່າວ/ບົດ​ອື່ນ