ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບປະທານສະພາແຫ່ງຊາດສເກົາຫລີChungSye-kyun

ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບປະທານສະພາແຫ່ງຊາດສເກົາຫລີChungSye-kyun - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ​ຕ້ອນ​ຮັບ​ທ່ານ Chung Sye Kyun ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ສ​ເກົາ​ຫລີ
ພາບ:TTXV

(vovworld)- ຕອນ​ບ່າຍ​ວັນ​ທີ 25/4 ຢູ່ ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ຕ້ອນ​ຮັບ​ທ່ານ Chung Sye Kyun ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ສ​ເກົາ​ຫລີ ພວມ​ຢ້ຽມ​ຢາມ​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຢືນ​ຢັນ: ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ຫ​ນາ​ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ສ​ເກົາ​ຫລີ ກວ່າ​ອີກ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ທ່ານ​ປະ​ທານ​ປະ​ເທດ ສ​ະ​ເຫ​ນີ ສອງ​ຝ່າຍ​ສືບ​ຕໍ່​ຮ່ວມ​ມື, ນຳ​ການ​ພົວ​ພັນ​ລ​ະ​ຫວ່າງ​ສອງ​ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ. ທ່ານ​ປ​ະ​ທານ​ປະ​ເທດ ເນັ້ນ​ຫ​ນັກ​ວ່າ: ຫວຽດ​ນາມ ພ້ອມ​ແລ້ວ​ພ້ອມ​ກັບ​ຝ່າຍ ສ​ເກົາ​ຫລີ ຜັນ​ຂະ​ຫ​ຍາຍ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ສ​ເກົາ​ຫລີ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຮັກ​ສາ​ວົງ​ເງິນ​ການ​ຄ້າ​ໃຫ້​ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ, ສູ້​ຊົນ​ວາງ​ຄາດ​ໝາຍ​ບັນ​ລຸ​ວົງ​ເງິນ​ການ​ຄ້າ​ໃຫ້​ໄດ້ 70 ຕື້​ USD, ສືບ​ຕໍ່​ສົງ​ເສີມ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ສ​ເກົາ​ຫລີ ເພີ່ມ​ທະ​ວີ​ການ​ລົງ​ທຶນ​ຢູ່​ຫວຽດ​ນາມ. 


ຕອບກັບ

ຂ່າວ/ບົດ​ອື່ນ