ທ່ານປະທານປະເທດເຈີນດ້າຍກວາງພົບປະກັບຄະນະຜູ້ແທນສູນກາງສະມາຄົມພຸດທະສາສະຫນາຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 23 ພະຈິກ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ມີການພົບປະສັງສັນກັບ ຄະນະຜູ້ແທນ ສະພາບໍລິຫານງານ, ສະພາສົງສູນກາງສະມາຄົມພຸດທະສາສະຫນາ ຫວຽດນາມ ອາຍຸການ 2017-2022. 
ທ່ານປະທານປະເທດເຈີນດ້າຍກວາງພົບປະກັບຄະນະຜູ້ແທນສູນກາງສະມາຄົມພຸດທະສາສະຫນາຫວຽດນາມ - ảnh 1 ທ່ານປະທານປະເທດເຈີນດ້າຍກວາງກ່າວຄຳເຫັນທີ່ການພົບປະ

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານປະເທດ ຢືນຢັນ: ກອງປະຊຸມໃຫຍ່ຜູ້ແທນ ພຸດທະສາສະຫນາທົ່ວປະເທດ ຄັ້ງທີ VIII ແມ່ນເຫດການສາສະຫນາສຳຄັນ, ແມ່ນງານບຸນຂອງທົ່ວພະສົງສຳມະເນນ, ພຸດທະສາສະນິກະຊົນໃນທົ່ວປະເທດ ຫວຽດນາມ. ທ່ານປະທານປະເທດ ກໍຕີລາຄາສູງ ກອງປະຊຸມໃຫຍ່ ໄດ້ປະຕິບັດຫລາຍເນື້ອໃນສຳຄັນ, ວາງອອກທິດທາງວຽກງານຫນ້າທີ່ໃນໄລຍະຈະມາເຖິງ.

ທ່ານປະທານປະເທດ ເນັ້ນຫນັກວ່າ:

“ຂ້າພະເຈົ້າມີຄວາມເຊື່ອໝັ້ນ ແລະ ປາດຖະຫນາວ່າ ໂດຍສືບທອດມູນເຊື້ອກວ່າ 2000 ປີ ທີ່ສະຫນິດຕິດພັນ, ຮ່ວມເດີນທາງກັບຊາດ, ສະມາຄົມພຸດທະສາສະຫນາຫວຽດນາມ ສືບຕໍ່ສ້າງສາ, ພັດທະນາ ສະມາຄົມພຸດທະສາສະຫນາໃຫ້ໝັ້ນຄົງ, ເຂັ້ມແຂງ, ລະດົມກຳລັງໃຈພະສົງສຳມະເນນ, ພຸດທະສາສະນິກະຊົນຢູ່ພາຍໃນ ແລະ ຕ່າງປະເທດ ສາມັກຄີນຳກັນຢ່າງແຫນ້ນແຟ້ນກັບປະຊາຊົນທຸກຊັ້ນວັນນະ ເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ, ປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດໃຫ້ນັບມື້ນັບຮັ່ງມີ, ສະຫງົບສຸກ.”

ຕອບກັບ

ຂ່າວ/ບົດ​ອື່ນ