ທ່ານປະທານປະເທດເຈີ່ນດ້າຍກວາງພົບປະສັງສັນກັບຄະນະຜູ້ແທນຂະແໜງຖ່ານຫີນແລະແຂວງກວາງນີງ

ທ່ານປະທານປະເທດເຈີ່ນດ້າຍກວາງພົບປະສັງສັນກັບຄະນະຜູ້ແທນຂະແໜງຖ່ານຫີນແລະແຂວງກວາງນີງ - ảnh 1
ທ່ານປະທານປະເທດ ເຈີ່ນດ້າຍກວາງ ພົບປະສັງສັນກັບ
ຄະນະຜູ້ແທນຂະແໜງຖ່ານຫີນແລະແຂວງກວາງນີງ

(vovworld) – ​ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ກຳມະກອນ​ເຂດບໍ່​ແຮ່ - ມູນ​ເຊື້ອ​ຂະ​ແໜງ​ຖ່ານຫີນ (12/11/1936 – 12/11/2016). ຕອນ​ບ່າຍ​ວັນ​ທີ 02/11 ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ພົບ​ປະ​ສັງ​ສັນ​ກັນຄະນະ​ຜູ້​ແທນ​ບັນດາ​ໝູ່​ຄະນະ, ສ່ວນບຸກຄົນ​ທີ່​ດີ​ເດັ່ນ​ຂອງ​ຂະ​ແໜງ​ຖ່ານຫີນ ​ແລະ ​ແຂວງ​ກວາງ​ນີງ. ທ່ານ​ປະທານ​ປ​ະ​ເທດ ​ເຈີ່ນ​ດ້າຍ​ກວາ​ງ ​ໄດ້ຍ້ອງຍໍຊົມ​ເຊີຍ​ບັນດາຜົນງານ​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ປະຊາຊົນ​ແຂວງ ກວາງ​ນີງ ​ແລະ ໝູ່​ຄະນະ​ບັນດາ​ພະນັກງານ, ພາລະ​ກອນ, ຜູ້​ອອກ​ແຮງ​ງານ​ລຸ້ນຕ່າງໆ​ໃນກຸ່ມ​ບໍລິສັດ​ອຸດສາຫະກຳ​ຖ່ານຫີນ - ​ແຮ່​ທາດ ຫວຽດນາມ, ບໍລິສັດ​ໃຫຍ່​ດົງ​ບັກ ຊຶ່ງ​ບັນລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ຂະ​ແໜງ​ຖ່ານຫີນ ຄວນ​ສືບ​ຕໍ່​ສົມທົບ​ກັບ​ແຂວງ ກວາງ​ນີງ ສຸມ​​ແຫຼ່ງກຳລັງ, ​ເປັນ​ເຈົ້າ​ການ​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ເຄື່ອນ​​ໄຫວ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ເພື່ອ​ຍາມ​ໃດ​ກໍ່​ຮັບປະກັນ​ໄດ້​ບົດບາດ​​ແມ່ນ​ໜຶ່ງ​ໃນ​ບັນດາ​ຂະ​ແໜງ​ອຸດສາຫະກ​​​ຳຫຼັກ​ແຫຼ່ງຂອງ​ປະ​ເທດ​ຊາດ. ສຳລັບ​ແຂວງ ກວາງ​ນີງ, ທ່ານ​ປະທານ​ປະ​ເທດສະ​ເໜີທາງ​ແຂວງ​ສູ້​ຊົນ​ກໍ່ສ້າງ ​ແລະ ພັດທະນາ ກວາງ​ນີງ ກາຍ​ເປັນ​ແຂວງ​ບໍລິການ, ອຸດສາຫະກຳ​ທັນ​ສະ​ໄໝ, ສູນ​ທ່ອງ​ທ່ຽວ​ສາກົນ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ແຂວງ​ແຖວ​ໜ້າ​ເສດຖະກິດ​ຂອງ​ພາກ​ເໜືອ ​ແລະ ທົ່ວ​ປະ​ເທດ. ພ້ອມ​ທັງ, ​ແຂວງ​ຄວນ​ຄົ້ນ​ຄ້ວາ, ສະ​ເໜີ​ຕໍ່​ສູນ​ກາງ​ກ່ຽວ​ກັບ​ລະບອບ​ລະບຽບ​ການ, ກົນ​ໄກ, ນະ​ໂຍບາຍພິ​ເສດສະ​ເພາະ, ​ເໝາະ​ສົມ, ​ເພື່ອ​ແນ​ໃສ່​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່​ມຊ້ອນ, ທ່າ​ແຮງ​​ໃຫ້ດີ​ທີ່​ສຸດ. ຜ່ານ​ນັ້ນ ສ້າງ​ບັນດາ​ບາດກ້າວ​ບຸກທະລຸ, ຊຸກຍູ້​ການ​ພັດທະນາ​ຂອບເສດຖະກິດ​ອ່າວ​ພາກ​ເໜືອ ​ແລະ ສ້າງ​ທ່າ​ຫ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ໃນ​ແລວ​ທາງ​ເສດຖະກິດ ອາ​ຊຽນ - ຈີນ.

 

 

ຂ່າວ/ບົດ​ອື່ນ