ທ່ານປະທານປະເທດເຈືອງເຕີນຊາງເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂອງນະຄອນໂຮ່ຈິມີນ

ທ່ານປະທານປະເທດເຈືອງເຕີນຊາງເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂອງນະຄອນໂຮ່ຈິມີນ - ảnh 1
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ກ່າວ​ຄຳ​ເຫັນ
ທີ່ກອງ​ປະ​ຊຸມ

(vovworld)-​ຕອນ​ເຊົ້າ​ວັນ​ທີ 4/7, ອຳ​ນາດ​ການ​ປົກ​ຄອງນະ​ຄອນ​ໂຮ່​ຈິ​ມີນ​ ໄດ້​ຈັດ​ຕັ້ງກອງ​ປະ​ຊຸມ​ໃຫຍ່ແຂ່ງ​ຂັນ​ຮັກ​ຊາດຄັ້ງ​ທີ 6. ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ທ່ານ​ນາງ ຮອງ​ປະ​ທານ​ສະ​ພາ​ແຫ່ງຊາດ ຫງວຽນ​ທິ​ກີມ​ເງິນ ໄດ້​ເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ທີ່ກ​ອງ​ປະ​ຊຸມ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ​ນ​ຊາງ ຍ້ອງຍ​ໍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ນະ​ຄອນ ໂຮ່​ຈິ​ມີນ ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ຍູ້​ແຮງ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ສົມ​ກັບ​ທ້ອງ​ຖິ່ນ​ນຳ​ນ​ຫນ້າ​ຂອງ​ທົ່ວ​ປະ​ເທດ​ໃນ​ຫລາຍ​ຂົງ​ເຂດ. ທ່ານ​ປະ​ທານ​ປະ​ເທດ ເນັ້ນ​ຫນັກ​ວ່າ:

        “ສະ​ເຫນີ​ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ, ອຳ​ນາດ​ການ​ປົກ​ຄອງ, ຄະ​ນະ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຂອງ​ນະ​ຄອນ ໂຮ່​ຈິ​ມີນ ສືບ​ຕໍ່​ຊາບ​ຊືມ​ແນວ​ຄິດ​ກ່ຽວ​ກັບ​ການ​ແຂ່ງ​ຂັນ​ຮັກ​ຊາດ​ຂອງ​ປະ​ທານ​ໂຮ່​ຈິ​ມີນ, ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ, ຂົນ​ຂວາຍ​ສະ​ມາ​ຊິກ​ພັກ, ປະ​ຊາ​ຊົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍເຂົ້າ​ຮ່ວມ​ຕັ້ງ​ຫນ້າຂະ​ບວ​ນ​ການ​ແຂ່ງ​ຂັນ​ຮັກ​ຊາດ.”

 

 

ຂ່າວ/ບົດ​ອື່ນ