ທ່ານປະທານາທິບໍດີ ຊູດັງ ປະກາດ ສະພາວະສຸກເສີນ

(VOVWORLD) -ທ່່ານປະທານາທິບໍດີ ຊູດັງ Omar al – Bashir ໄດ້ປະກາດຍຸບເລີກລັດຖະບານປະເທດນີ້ ແລະ ປະກາດສະພາວະສຸກເສີນໃນທົ່ວປະເທດ.

        ວັນທີ 22 ກຸມພາ, ທ່່ານປະທານາທິບໍດີ ຊູດັງ Omar al – Bashir ໄດ້ປະກາດຍຸບເລີກລັດຖະບານປະເທດນີ້ ແລະ ປະກາດສະພາວະສຸກເສີນໃນທົ່ວປະເທດ. ນີ້ໄດ້ຮັບຖືວ່າ ແມ່ນຄວາມມານະພະຍາຍາມ ເພື່ອແກ້ໄຂບັນດາເຫດການແຫ່ຂະບວນປະທ້ວງ ຄັດຄ້ານລັດຖະບານ  ເຊິ່ງໄດ້ກໍ່ໃຫ້ເກີດຫຼາຍບັນຫາຢູ່ປະເທດນີ້ໃນຕະຫຼອດຫຼາຍອາທິດຜ່ານມາ.  ຕາມນັ້ນແລ້ວ, ອໍານາດການປົກຄອງຂັ້ນສະຫະພັນ ແລະ ຂັ້ນແຂວງ ຈະຖືກຍຸບເລີກ, ພ້ອມທັງປະກາດສະພາວະສຸກເສີນ ຈະແກ່ຍາວມາເປັນເວລາ 01 ປີ. ບັນດາການແຫ່ຂະບວນປະທ້ວງທີ່ນອງເລືອດໄດ້ເກີດຂຶ້ນຢູ່ປະເທດນີ້ ແຕ່ວັນທີ 19 ທັນວາ ປີ 2018, ເມື່ອປະຊາຊົນ ຄັດຄ້ານເລື່ອງລັດຖະບານ ເພີ່ມລາຄາເຂົ້າຈີ່ຂຶ້ນທົບ 03 ເທົ່າ ພ້ອມທັງສະແດງຄວາມບໍ່ພໍໃຈກັບບັນດານະໂຍບາຍຄຸ້ມຄອງເສດຖະກິດທີ່ຜິດພາດຂອງອໍານາດການປົກຄອງ ຂອງທ່ານ ປະທານາທິບໍດີ Bashir.

ຕອບກັບ

ຂ່າວ/ບົດ​ອື່ນ