ທ່ານປະທານາທິບໍດີ ລັດເຊຍ: ເຫດເຮືອບິນການທະຫານຖືກຍິງຕົກ ຢູ່ຊີຣີ ແມ່ນ ໂສກນາດຕະກໍາ ແລະ ເກີດຂຶ້ນຢ່າງກະທັນຫັນ

(VOVWORLD) -ວັນທີ 18 ກັນຍາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖືວ່າ ເຫດເຮືອບິນທະຫານໝາຍເລກ I1 – 20 ຂອງລັດເຊຍ ຖືກຍິງຕົກໃນວັນດຽວກັນ ຢູ່ໃກ້ກັບ ຊີຣີ ນັ້ນ, ເຮັດໃຫ້ທະຫານລັດເຊຍເສຍຊີວິດ 15 ຄົນ,  ເຊິ່ງແມ່ນໂສກນາດຕະກໍາ ແລະເກີດຂຶ້ນຢ່າງກະທັນຫັນ. 

ຄໍາປາໄສດັ່ງກ່າວ ເບິ່ງຄືວ່າໄດ້ຫຼຸດຜ່ອນການຕໍາໜິວິຈານຂອງລັດເຊຍ ຕໍ່ກັບ ອິດສະຣາແອັນ ເມື່ອທຽບໃສ່ບັນດາຄໍາກ່າວປາໄສຂອງວົງການເຈົ້າໜ້າທີ່ລັດເຊຍ ກ່ອນໜ້ານັ້ນ.

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ກະຊວງການຕ່າງປະເທດລັດເຊຍ ໄດ້ຮຽກຕົວທ່ານ Gary Koren ເອກອັກຄະລັດຖະທູດອິດສະຣາແອັນ ປະຈໍາ ລັດເຊຍ ມາແລກປ່ຽນ ກ່ຽວກັບເຫດການດັ່ງກ່າວ. ໃນຂະນະນັ້ນ, ທ່ານ Sergei Soigu ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ກໍໄດ້ເຈລະຈາຜ່ານທາງໂທລະສັບ ກັບ ທ່ານ Avigdor Lieberman  ຄູ່ຕໍາແໜ່ງ ອິດສະຣາແອັນ, ໃນນັ້ນ, ໄດ້ຖີ້ມຄວາມຮັບຜິດຊອບໃຫ້ຝ່າຍ ອິດສະຣາແອັນ  ທີ່ກໍ່ໃຫ້ເກີດເຫດການດັ່ງກ່າວ.  ທ່ານລັດຖະມົນຕີ Soigu ກ່າວເຕືອນວ່າ ລັດເຊຍ ຈະມີມາດຕະການຕອບໂຕ້ຄືນ.

ຕອບກັບ

ຂ່າວ/ບົດ​ອື່ນ