ທ່ານປະທານາທິບໍດີ ສ.ເກົາຫຼີ ຢ້ຽມຢາມ ອາເມລິກາ

(VOVWORLD) -  ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in  ໄດ້ໄປຮອດ ອາເມລິກາ ໃນວັນທີ 10 ເມສາ ເພື່ອເຈລະຈາກັບຄູ່ຕໍາແໜ່ງ ອາເມລິກາ Donald Trump ກ່ຽວກັບຫຼາຍບັນຫາ.

        ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in  ໄດ້ໄປຮອດ ອາເມລິກາ ໃນວັນທີ 10 ເມສາ ເພື່ອເຈລະຈາກັບຄູ່ຕໍາແໜ່ງ ອາເມລິກາ Donald Trump ກ່ຽວກັບຫຼາຍບັນຫາ, ໃນນັ້ນ ໄດ້ສຸມໃສ່ບັນດາວິທີການເພື່ອນໍາ ສປປ.ເກົາຫຼີ ກັບຄືນສູ່ການເຈລະຈາ.

        ຕາມແຜນການແລ້ວ, ກອງປະຊຸມສຸດຍອດລະຫວ່າງ ທ່ານ Moon Jae-in  ແລະ ທ່ານ Donald Trump ຈະດໍາເນີນໃນວັນທີ 11 ເມສາ, ພາຍຫຼັງທ່ານປະທານາທິບໍດີ ສ.ເກົາຫຼີ ໄດ້ພົບປະກັບ ບັນດາເຈົ້າໜ້າທີ່ຫຼັກແຫຼ່ງຂອງ ອາເມລິກາ ທີ່ເຂົ້າຮ່ວມການເຈລະຈາປອດນິວເຄຼຍ ກັບ ສປປ.ເກົາຫຼີ, ໃນນັ້ນມີທ່ານລັດຖະມົນຕີການຕ່່າງປະເທດ ອາເມລິກາ Mike Pompeo ແລະ ທ່ານ John Bolton ທີ່ປຶກສາຄວາມສະຫງົບແຫ່ງຊາດ.

        ຕາມທ່ານ Kim Hyun-chong, ຮອງຜູ້ອໍານວຍການອົງການນປ້ອງກັນຄວາມສະຫງົບແຫ່ງຊາດ ສັງກັດທໍານຽບປະທານາທິບໍດີ ສ.ເກົາຫຼີີ ແລ້ວ, ການຢ້ຽມຢາມ ອາເມລິກາ ຂອງທ່ານ ປະທານາທິບໍດີ Moon Jae-in  ຄັ້ງນີ້ ໄດ້ຕັ້ງຄວາມຫວັງໄວ້ວ່າ ແມ່ນກາລະໂອກາດເພື່ອຊອກຫາບັນດາວິທີການລະອຽດກ່ຽວກັບການປອດນິວເຄຼຍ ແລະ ສ້າງສັນຕິພາບຢູ່ແຫຼມເກົາຫຼີ ໂດຍຖາວອນ.


ຕອບກັບ

ຂ່າວ/ບົດ​ອື່ນ