ທ່ານປະທານາທິບໍດີ ອາເມລິກາ Donald Trump ຈະເຂົ້າຮ່ວມກອງປະຊຸມຂັ້ນສູງ APEC ຢູ່ ຫວຽດນາມ

ທ່ານປະທານາທິບໍດີ ອາເມລິກາ Donald Trump ຈະເຂົ້າຮ່ວມກອງປະຊຸມຂັ້ນສູງ APEC ຢູ່ ຫວຽດນາມ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump 
(ພາບ:Reuters)


(vovworld) - ​ວັນ​ທີ 20/04 ກ່າວ​ຄຳ​ເຫັນ​ທີ່​ສຳ​ນັກ​ງານ ອາ​ຊຽນ ປະ​ຈຳ​ນະ​ຄອນ​ຫລວງ Jakatar ປະ​ເທດ ອິນ​ໂດ​ເນ​ເຊຍ ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Mike Pence ໃຫ້​ຮູ້​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ຈະ​ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ທີ່​ດຳ​ເນີນ​ຢູ່ ຟີ​ລິບ​ປິນ ແລະ ຫວຽດ​ນາມ ໃນ​ທ້າຍ​ປີນ​ີ້. ພາຍ​ຫລັງ​ການ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເລ​ເລືອງ​ມິງ ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່​ ອາ​ຊຽນ, ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Mike Pence ອວຍ​ພອນ ອາ​ຊຽນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ, ພ້ອ​ມ ກັນ​ນັ້ນປີ 2017 ກໍ່​ແມ່ນ​ປີ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອາ​ຊຽນ. ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Mike Pence ເນັ້ນ​ໜັກ​ວ່າ ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ  Donald Trump ຈະ​ຮ່ວມ​ມື​ກັບ ອາ​ຊຽນ ໃນ​ບັນ​ດາ​ຂົງ​ເຂດ​ຄື: ​ປ້ອງກ​ັນ​ຄວາມ​ສະ​ຫງົບ, ການ​ຄ້າ ແລະ ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ.


ຕອບກັບ

ຂ່າວ/ບົດ​ອື່ນ