ທ່ານປະທານາທິບໍດີແຫ່ງສາທາລະນະລັດ ຮຸງກາລີ Ader Janos ຢ້ຽມຢາມ ທາງລັດຖະກິດເຖິງຫວຽດນາມ

ທ່ານປະທານາທິບໍດີແຫ່ງສາທາລະນະລັດ ຮຸງກາລີ Ader Janos ຢ້ຽມຢາມ ທາງລັດຖະກິດເຖິງຫວຽດນາມ - ảnh 1
ທ່ານ​ປະທານາທິບໍດີ​ແຫ່ງ​ສາທາລະນະ​ລັດ ຮຸງ​ກາລີ Ader Janos
(ພາບ: EPA)


(vovworld) - ວັນ​ທີ 27/11, ທ່ານ​ປະທານາທິບໍດີ​ແຫ່ງ​ສາທາລະນະ​ລັດ ຮຸງ​ກາລີ Ader Janos ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ຫວຽດນາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈຶອງ​ເຕິ້ນຊາງ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ການ​ນຳ​ທັງ 2 ທ່ານ​ຈະ​ແລກປ່ຽນ​ບັນດາ​ມາດ​ຕະການ ​ເພື່ອ​ເພີ່ມ​ທະວີ ​ແລະ ​ເຮັດ​ໃຫ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ເລິກ​ເຊິ່ງກ່ວາ​ອີກ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ສຶກສາ-​ບຳລຸງ​ສ້າງ, ວິທະຍາສາດ-​ເຕັກ​ໂນ​ໂລ​ຍີ, ພະລັງງານ…; ​ແລກປ່ຽນ​ກ່ຽວ​ກັບບັນດາບັນຫາ​ສາກົນ ​ແລະ ພາກ​ພື້ນ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ຕາມ​​ແຜນການ​ເຮັດ​ວຽກ​ແລ້ວ, ທ່ານປະທາ ນາທິບໍດີ​ແຫ່ງ​ສາທາລະນະ​ລັດ ຮຸງ​ກາລີ Ader Janos ຈະ​ພົບ​ປະ​ເຈລະຈາ ​ກັບ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ້ນຢຸງ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ; ​ເຂົ້າຮ່ວມ ​ແລະ ​ເປີດ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ ຫວຽດນາມ- ຮຸງ​ກາລີ; ພົບ​ປະ​ກັບ​ສະມາຄົມ​ມິດຕະພາບ​ ຫວຽດນາມ-ຮຸງ​ກາລີ ​ແລະ ຢ້ຽມຢາມ​ນະຄອນ​ໂຮ່ຈິ​ມິນ.

ຂ່າວ/ບົດ​ອື່ນ