ທ່ານພົນໂທຫງວຽນຈີ໋ວິ້ງຕ້້ອນຮັບຄະນະນັກວິຊາການກະຊວງປ້ອງກັນປະເທດລາວ

ທ່ານພົນໂທຫງວຽນຈີ໋ວິ້ງຕ້້ອນຮັບຄະນະນັກວິຊາການກະຊວງປ້ອງກັນປະເທດລາວ - ảnh 1
ທ່ານ​ພົນ​ໂທ ຫງວຽນ​ຈີ໋ວິ້ງ

(vovworld) – ​ ຕອນ​ບ່າຍວັນ​ທີ 21/5 ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ໂທ ຫງວຽນ​ຈີ໋ວິ້ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ນັກ​ວິຊາ​ການ​ກະຊວງ​ປ້ອງ​ກັນ​ປະ​ເທດ ລາວ ​ໂດຍ​ທ່ານພົນຈັດຕະວາ ອອນ​ສີ ​ແສນ​ສຸກ ຫົວໜ້າ​ຫ້ອງ​ການ​ກະຊວງ​ປ້ອງ​ກັນປະ​ເທດ​ ລາວ ​ເປັນ​ຫົວໜ້າ​ຄະນະ​ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານພົນຈັດຕະວາ ອອນ​ສີ ​ແສນ​ສຸກ ​ໃຫ້​ຮູ້​ວ່າ: ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽກ​ນາມ​ຄັ້ງ​ນີ້, ຄະນະ​ນັກ​ວິຊາ​ການ​ກະຊວງ​ປ້ອງ​ກັນ​ປະ​ເທດ ລາວ ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ນັກວິຊາກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ເພື່ອ​ແນ​ໃສ່ຖອດ​ຖອນ​ຫ​ບົດຮຽນ​ໃຫ້​ແກ່​ບັນດາ​ພະນັກງານ​ວິິຊາສະ​ເພາະ​ກອງທັບ​ ລາວ ​ໃນ​ການຈັດ​ຕັ້ງ​ກອງ​ປະຊຸມ​ປ້ອງ​ກັນຊາ​ດ - ການ​ທະຫານ ອາ​ຊຽນ. ສ່ວນ​ທ່ານ​ພົນ​ໂທ ຫງວຽນ​ຈີ໋ວິ້ງ ສະ​ເໜີ​ບັນດາ​ນັກ​ຊ່ຽວຊານ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ​ສືບ​ຕໍ່​ປຶກສາ​ຫາລື, ​ເພີ່ມ​ເຕີມ​ບັນດາ​ເນື້ອ​ໃນ ​ໃນ​ວຽກ​ງານ​ຈັດ​ຕັ້ງ​ກອງ​ປະຊຸມ​ປ້ອງ​ກັນຊາ​ດ - ການ​ທະຫານ ອາ​ຊຽນ ທີ່​ເໝາະສົມ​ກັບ​ສະພາບ​ຕົວ​ຈິງ​ຢູ່ແຕ່ລະ​ປະ​ເທດ, ຜ່ານ​ນັ້ນ ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງກອງທັບ​ ລາວ ກັບ​ສາກົນ ​ແລະ ພາກ​ພື້ນ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະ​ຫວ່າງ 2 ກອງທັບ​.
ຂ່າວ/ບົດ​ອື່ນ