ທ່ານ​ລັດ​ຖະ​ມົ​ນ​ຕີ​ການ​ຕ່າງ​ປະ​ເທດ ອັງ​ກິດ ​ເຊື່ອ​ໝັ້ນ​ວ່າ EU ຈະ​ເຈ​ລະ​ຈາ​ຂ​ໍ້​ຕົກ​ລົງ Brexit ຄື​ນ​ໃໝ່

(VOVWORLD) - ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນໄດ້ຖືວ່າບັນດາການນຳ EU ປັດຈຸບັນອາດຈະຢັ່ງຫາວິທີແກ້ໄຂດ້ານເຕັກນິກໃດໜຶ່ງໃຫ້ແກ່ບັນຫາສັບສົນກ່ຽວກັບຊາຍແດນກັບ ອຽກລັງ. 
ທ່ານ​ລັດ​ຖະ​ມົ​ນ​ຕີ​ການ​ຕ່າງ​ປະ​ເທດ ອັງ​ກິດ ​ເຊື່ອ​ໝັ້ນ​ວ່າ EU ຈະ​ເຈ​ລະ​ຈາ​ຂ​ໍ້​ຕົກ​ລົງ Brexit ຄື​ນ​ໃໝ່ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ Jeremy Hunt (ພາບ: AFP)

ວັນທີ 9 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ Jeremy Hunt, ຊຶ່ງເປັນຜູ້ອອກສະໝັກເລືອກຕັ້ງເປັນນາຍົກລັດຖະມົນຕີອັງກິດໃຫ້ຮູ້ວ່າ: ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ສະແດງຄວາມຄິດເຫັນວ່າ ສະຫະພາບ ເອີລົບ (EU) ພ້ອມແລ້ວທີ່ຈະເຈລະຈາຂໍ້ຕົກລົງ Brexit ຄືນໃໝ່. ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນໄດ້ຖືວ່າບັນດາການນຳ EU ປັດຈຸບັນອາດຈະຢັ່ງຫາວິທີແກ້ໄຂດ້ານເຕັກນິກໃດໜຶ່ງໃຫ້ແກ່ບັນຫາສັບສົນກ່ຽວກັບຊາຍແດນກັບ ອຽກລັງ, ເຊິ່ງ ກ່ອນນັ້ນ Brussels ຢັ້ງຢືນວ່າ ບໍ່ແມ່ນຄວາມຈິງ.

ສິ່ງສ້າງຄວາມໂຕ້ຖຽງກັນໃນຂໍ້ຕົກລົງກ່ຽວກັບຊາຍແດນກັບ ອຽກລັງ ໄດ້ເອີ້ນວ່າ “ມາດຕາຮົ້ວກີດຂວາງ”ຊຶ່ງແມ່ນສິ່ງກີດຂວາງທີ່ໃຫຍ່ທີ່ສຸດສຳລັບບັນດາສະມາຊິກລັດຖະສະພາ. ມາດຕານີ້ໄດ້ສະກັດກັ້ນເລື່ອງປັກຫຼັກໝາຍຊາຍແດນຕົວຈິງລະຫວ່າງ ແຂວງທາງທິດເໜືອອຽກລັງຂອງ ອັງກິດ ກັບ ໄອແລນ (ເຊິ່ງແມ່ນສະມາຊິກຂອງ EU) ຖ້າຫາກສອງຝ່າຍບໍ່ສາມາດເຫັນດີເປັນເອກະພາບກ່ຽວກັບຂໍ້ຕົກລົງການຄ້າເສລີພາຍຫຼັງໄລຍະຂ້າມຜ່ານ Brexit ສິ້ນສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ