ທ່ານຮອງນາຍົກ ລັດຖະມົນຕີ ຫວູວັນນິງ ພົບປະກັບຜູ້ມີສິດ ເລືອກຕັ້ງຢູ່ແຂວງ ນາມດິ້ງ

ທ່ານຮອງນາຍົກ ລັດຖະມົນຕີ ຫວູວັນນິງ ພົບປະກັບຜູ້ມີສິດ ເລືອກຕັ້ງຢູ່ແຂວງ ນາມດິ້ງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ
ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງແຂວງ ນາມ​ດິ້ງ
(ພາບ: VGP)


(vovworld) – ​ໂດຍ​ປະຕິບັດ​ລາຍການພົບ​ປະກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງກ່ອນ​ກອງ​ປະຊຸມສະ​ໄໝສາມັນ​​ເທື່ອທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມຊຸດ​ທີ 13, ວັນ​ທີ 21 – 22/4/2014, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ພ້ອມ​ກັບ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ນາມ​ດິ້ງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ເມືອງໜຶ່ງຂອງ​ແຂວງ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໃຫ້​ຮູ້​ວ່າ​ສະພາ​ແຫ່ງ​ຊາດ​ໄດ້​ຕົກລົງເພີ່ມ​ແຫຼ່ງທຶນ​ໃຫ້​ແກ່​ໂຄງການ​​ຈຸດໝາຍ​ແຫ່ງ​ຊາດ​ສ້າງ​ຊົນນະບົດ​ໃໝ່ ( ​ແຕ່ລະດັບ 1.700ຕື້ດົງ/ປີ ຂຶ້ນ 5000ຕື້ດົງ/ປີ ​​ເຖີງປີ 2016) ​ແລະ ລັດຖະບານ​ກໍ່​ປະກາດ​ໃຊ້​​ເອກະສານ​ແນະນຳ​ຈັດ​​ແບ່ງແຫຼ່ງທຶນ​ດັ່ງກ່າວ. ​ເພື່ອ​ນຳ​ໃຊ້​ແຫຼ່ງທຶນ​ດັ່ງກ່າວ​ໃຫ້​ມີ​ປະສິດທິ​ຜົນ​ທີ່​ສຸດ, ລັດຖະບານ​ຈະ​ສືບ​ຕໍ່​ຊີ້ນຳ​ບັນດາ​ທ້ອງ​ຖິ່ນ​ປະຕິບັດ​ຕາມ​ທິດ​ຈັດ​​​ແບ່ງ​ໃຫ້​ບັນດາ​ຕາ​ແສງ​ແຕ່​ສຸມ​ໃສ່​ໃຫ້​ ຕາ​ແສງ​ທີ່​ສາມາດປະຕິບັດສຳ​ເລັດ​ບັນດາມາດຖານຊົນນະບົດ​ໃໝ່.

      ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຖື​ວ່າ​ອຳນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ​ແລະ ຂະ​ແໜງກະສິກຳ​ຄວນ​ສືບ​ຕໍ່​ຄົ້ນຄວ້າ, ສ້າງ​ແຜນ​ກຳນົດການ​ຜະລິດ​ກະສິກຳ​ຕິດ​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ພາຍ​ໃນ​ປະ​ເທດ, ພິ​ເສດ​ແມ່ນຄວາມ​ຕ້ອງການ​ຂອງ​ໂລກ​ເພື່ອ​ໃຫ້​ປະຊາຊົນ​ຜະລິດ​ໄດ້​ເທົ່າ​ໃດ; ​ແມ່ນ​ຈຳໜ່າຍ​ໄດ້​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ