ທ່ານຮອງນາຍົກລັດຖະມົນ ຕີຈິ້ງດີງຢຸງ ຕ້ອນຮັບນາຍົກລັດຖະມົນຕີອຳນາດການປົກຄອງ Bashkortostan

ທ່ານຮອງນາຍົກລັດຖະມົນ ຕີຈິ້ງດີງຢຸງ ຕ້ອນຮັບນາຍົກລັດຖະມົນຕີອຳນາດການປົກຄອງ Bashkortostan - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຈິ້ງ​ດີງຢຸງ
​ໃຫ້ການ​ຕ້ອນຮັບ​ທ່ານ R.Kh.Mardanov
(ພາບ: baochinhphu.vn)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 10/01 ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຈິ້ງ​ດີງຢຸງ ​ໃຫ້ການ​ຕ້ອນຮັບ​ທ່ານ R.Kh.Mardanov ນາຍົກລັດຖະມົນຕີ ອຳນາດການ​ປົກຄອງ ສາທາລະນະ​ລັດ Bashkortostan (ສະຫະພັນ ລັດ​ເຊຍ) ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດີງຢຸງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະສິດ​ຍູ​້​ແຮງ​ການ​ຮ່ວມ​ມື​ກັບ ສະຫະພັນ ລັດ​ເຊຍ ​ໃນ​ທຸກ​ຂົງ​ເຂດ​ຄື: ດ້ານ​ການ​ເມືອງ, ​ເສດຖະກິດ - ການ​ຄ້າ, ​ການປ້ອງກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ການ​ສຶກສາ - ກໍ່ສ້າງ, ວັດທະນະທຳ, ການທ່ອງທ່ຽວ…​ທ່ານ​ຮອງນາຍົກລັດຖະມົນຕີ ຢືນຢັນ​ວ່າ: ລັດຖະບານ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ອຳນວຍ​ຄວາມ​ສະດວກ​ໃຫ້​ວິ​ສາ​ຫະກິດ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີວິ​ສາ​ຫະກິດ​ຂອງ ສ. Bashkortostan ​ເຄື່ອນ​ໄຫວ​ລົງທຶນ​ເປັນ​ປົກກະຕິ, ຍາວ​ນານ​ຢູ່ ຫວຽດນາມ.

        ສ່ວນ​ທ່ານ R.Kh.Mardanov ນາຍົກລັດຖະມົນຕີອຳນາດການ​ປົກຄອງ ສ. Bashkortostan (ສະຫະພັນ ລັດ​ເຊຍ) ຢືນຢັນ​ວ່າ: ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ເພີ່ມ​ເຕີ່​ມ, ປະກອບສ່ວນ​ເຂົ້າ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ການ​ນຳ 2 ຝ່າຍ ​ໃນ​ການ​ພັດທະນາ​ຂົງ​ເຂດ​ຮ່ວມ​ມື​ຕ່າງໆ. ທ່ານ R.Kh.Mardanov ​ໃຫ້​ຮູ້​ວ່າ: ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ຄະ​ນະ​ໄດ້​ໄປ​ຢ້ຽມຢາມ, ​ເຮັດ​ວຽກ​ກັບ​ແຂວງ ບ່າ​ເຣຍ - ວູງ​ເຕົາ ​ໃນ​ນັ້ນ ​ໄດ້ລົງ​ນາມ​ໃນ​ບົດ​ບັນທຶກ​ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ 2 ທ້ອງ​ຖິ່ນ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ