ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ເຈືອງຮວ່າບິ່ງ ຕ້ອນຮັບເລຂາຄະນະພັກ, ເຈົ້າຄອງນະຄອນຫຼວງງວຽງຈັນ

(VOVWORLD) -ຕອນເຊົ້າວັນທີ 12 ຕຸລາ, ໃນການຕ້ອນຮັບທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຢັ້ງຢືນວ່າ ການພົວພັນແບບພິເສດ ຫວຽດນາມ - ລາວ ແມ່ນການພົວພັນທີ່ຫາຍາກໃນໂລກ. 
ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ເຈືອງຮວ່າບິ່ງ ຕ້ອນຮັບເລຂາຄະນະພັກ, ເຈົ້າຄອງນະຄອນຫຼວງງວຽງຈັນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ມອບຂອງຂວັນເປັນທີ່ລະນຶກ ໃຫ້ ທ່ານສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ (ພາບ:TTXVN)

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນຮ່ວມມື ລະຫວ່າງ ບັນດາທ້ອງຖິ່ນ ຂອງສອງປະເທດ ນັບມື້ນັບພັດທະນາຢ່າງດີງາມ, ຮອບດ້ານ, ໃນນັ້ນ ການຮ່ວມມື ລະຫວ່າງ ນະຄອນຫຼວງ ຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ ຍິ່ງນັບມື້ນັບບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ ທ່ານຮອງນາຍົກລັດຖະມົນຕີ ປາຖະໜາວ່າ ອົງຄະນະພັກ, ອຳນາດການປົກຄອງ ຂອງສອງນະຄອນຫຼວງ ຈະສົມທົບກັນຢ່າງແໜ້ນແຟ້ນ, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການສ້າງສາ ແລະ ພັດທະນາ ໃນບັນດາຂົງເຂດຕ່າງໆ; ວຽງຈັນ ສືບຕໍ່ມີບັນດາການຊຸກຍູ້, ຮ່ວມມືທີ່ແທດຈິງ, ມີປະສິດທິຜົນ ກັບບັນດາທ້ອງຖິ່ນອື່ນຂອງຫວຽດນາມ; ປະກອບສ່ວນປັບປຸງ, ພັດທະນານ້ຳໃຈສາມັກຄີມິດຕະພາບ ສະໜິດຕິດພັນຢ່າງໜຽວແໜ້ນ, ບໍລິສຸດຜຸດຜ່ອງ ລະຫວ່າງ ສອງປະເທດ, ສອງຊາດຢ່າງບໍ່ຢຸດຢັ້ງ.

ສ່ວນທ່ານ ສິນລະວົງ ຄຸດໄພທູນ ປາຖະໜາວ່າ ລັດຖະບານ ຫວຽດນາມ ຈະສະໜັບສະໜູນ, ສ້າງເງື່ອນໄຂ ເພື່ອໃຫ້ນະຄອນຫຼວງວຽງຈັນ ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມື ກັບນະຄອນຫຼວງຮ່າໂນ້ຍ ກໍ່ຄື ກັບບັນດາທ້ອງຖິ່ນຕ່າງໆຂອງ ຫວຽດນາມ ໃນບັນດາຂົງເຂດໃຫ້ຫຼາຍກວ່າອີກ, ຜ່ານນັ້ນ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນໝາກຜົນການຮ່ວມມືລວມ ລະຫວ່າງ ສອງປະເທດ ຫວຽດນາມ ແລະ ລາວ.

ຕອນບ່າຍວັນດຽວກັນ, ຢູ່ ສຳນັກງານສູນກາງພັກ ທ່ານເຈີນກວັກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນຫລວງ ວຽງຈັນ.  ທີ່ການຕອ້ນຮັບ, ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງ ວຽງຈັນ ໄດ້ຢືນຢັນວ່າ ນະຄອນຫລວງ ວຽງຈັນ ຈະສົມທົບຢ່າງແຫນ້ນແຟ້ນກັບນະຄອນຫລວງ ຮ່າໂນ້ຍ, ນະຄອນ ໂຮ່ຈິມີນ ແລະ ບັນດາທ້ອງຖິ່ນອື່ນຂອງຫວຽດນາມ ສືບຕໍ່ຍູ້ແຮງ, ຍົກສູງປະສິດທິຜົນການຮ່ວມມື, ເພີ່ມທະວີການແລກປ່ຽນບົດຮຽນໃນທຸກຂົງເຂດ, ປະກອບສ່ວນປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ແລະ ຂໍ້ຕົກລົງການຮ່ວມມືລະຫວ່າງສອງນະຄອນຫລວງໃຫ້ມີປະສິດທິຜົນ ເພື່ອນຳການພົວພັນສາມັກຄີແບບພິເສດ ລາວ - ຫວຽດນາມ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ