ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເປັນປະທານບັ້ນຫາສຽງເລືອກຕັ້ງ ບັນດາປະເທດສະໜັບສະໜູນຫວຽດນາມ ອອກສະໝັກເລືອກຕັ້ງ ເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ

(VOVWORLD) - ໂດຍສືບຕໍ່ການເຄື່ອນໄຫວໃນຂອບເຂດກອງປະຊຸມປະຈຳປີ ສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 73 ທີ່ນະຄອນ ນິວຢອກ (ສະຫະລັດອາເມລິກາ), ວັນທີ 26 ກັນຍາ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ເປັນປະທານການພົບປະ ຂົນຂວາຍບັນດາປະເທດ ໃຫ້ການສະໜັບສະໜູນຫວຽດນາມ ອອກສະໝັກເລືອກຕັ້ງ ເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ ໃນອາຍຸການ 2020-2021.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເປັນປະທານບັ້ນຫາສຽງເລືອກຕັ້ງ ບັນດາປະເທດສະໜັບສະໜູນຫວຽດນາມ ອອກສະໝັກເລືອກຕັ້ງ ເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ - ảnh 1ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ  ກ່າວຄຳເຫັນທີ່ການຂົນຂວາຍ (ພາບ:Hoai Thanh/TTXVN)

ກ່າວຄຳເຫັນທີ່ການຂົນຂວາຍ ໂດຍມີການເຂົ້າຮ່ວມຂອງການນຳຂັ້ນສູງ, ລັດຖະມົນຕີການຕ່າງປະເທດ ແລະ ເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາປະເທດສະມາຊິກ ສປຊ ກວ່າ 100 ທ່ານ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມເນັ້ນໜັກວ່າການອອກສະໝັກເລືອກຕັ້ງເຂົ້າໃນສະພາຄວາມໝັ້ນຄົງ ສປຊ ສະແດງອອກເຊິ່ງແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ເປັນເຈົ້າຕົນເອງ, ກໍ່ຄືຄວາມປາຖະໜາຂອງຫວຽດນາມ ໄດ້ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງ. ທ່ານຮອງນາຍົກລັດຖະມົນຕີຢັ້ງຢືນວ່າ ຖ້າໄດ້ຮັບເລືອກຕັ້ງ, ຫວຽດນາມໃຫ້ຄຳໝັ້ນສັນຍາວ່າຈະມານະພະຍາຍາມຊຸກຍູ້ການເຈລະຈາ ແລະ ຮ່ວມມືແນໃສ່ສະກັດກັ້ນການປະທະກັນ, ແກ້ໄຂ ບັນດາຂໍ້ຂັດແຍ້ງສາກົນໂດຍສັນຕິວິທີ, ປົກປ້ອງສາມັນຊົນໃນເຫດປະທະກັນ ແລະ ແກັໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ເພື່ອກໍ່ສ້າງພື້ນຖານສັນຕິພາບແບບຍືນຍົງ; ພ້ອມກັນນັ້ນ, ກໍ່ເພີ່ມທະວີການຮ່ວມມືລະຫວ່າງ ສະພາຄວາມໝັ້ນຄົງ ສປຊ ກັບບັນດາອົງການຈັດຕັ້ງພາກພື້ນ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຊື່ອໝັ້ນວ່າ ດ້ວຍການສະໜັບສະໜູນຂອງບັນດາປະເທດ, ຫວຽດນາມ ຈະເຮັດສຳເລັດໜ້າທີ່ສຳຄັນຂອງສະມາຊິກໜຶ່ງໃນສະພາຄວາມໝັ້ນຄົງ ສປຊ, ປະກອບສ່ວນເຂົ້າໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະ ໃນໂລກ.

ແລະກໍ່ໃນວັນທີ 26 ກັນຍາ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກໍ່ໄດ້ມີການພົບປະສອງຝ່າຍກັບ ລັດຖະມົນຕີກະຊວງການຕ່າງປະເທດ ຂອງບັນດາປະເທດ ອົດສະຕາລີ,  ຢູແກຼນ, ສະໂລວາກີ, ສະໂລເວນີ ອູກາັນດາ, ເອກົວດໍ ແລະ ຕ້ອນຮັບທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ